ກາໝາຍ ຂອງ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ (LTVC)

Luang Prabang Technical Vocational College

ວິທະຍາໄລເຕັກນິກ ວິຊາຊີບ ແຂວງຫຼວງພະບາງ ສ້າງຕັ້ງໃນປີ 1980, ເປັນວິທະຍາໄລວິຊາຊີບ ທີ່ໃຫຍ່ທີ່ສຸດໃນພາກເໜືອຂອງລາວ. ວິທະຍາໄລດັ່ງກ່າວ ສະໜອງຫຼັກສູດການຮຽນຫຼາຍສາຂາ, ເຊິ່ງປະກອບດ້ວຍ ຫຼັກສູດທີ່ໄດ້ຮັບຄວາມນິຍົມ ໃນສາຂາ ໄຟຟ້າ ແລະ ໂຮງແຮມ ແລະ ການທ່ອງທ່ຽວ. ວິທະຍາໄລດັ່ງກ່າວນີ້ ຍັງສະໜອງການແນະນໍາ ແລະ ການໃຫ້ຄໍາປຶກສາດ້ານອາຊີບ ໃຫ້ແກ່ນັກຮຽນ ທີ່ມີຈໍານວນ ເກືອບຮອດ 2,000ຄົນ ເພື່ອຊ່ວຍພວກເຂົາໃຫ້ມີໂອກາດໃນການມີວຽກເຮັດງານທໍາ ຫຼັກຈາກຮຽນຈົບ. ດ້ວຍການສະໜອງການຮຽນການສອນ ແບບຄວບຄູ່ (ອສຄ), ວິທະຍາໄລເຕັກນິກ ວິຊາຊີບ ແຂວງຫຼວງພະບາງ ໄດ້ ເຊັນ ບົດບັນທຶກຄວາມເຂົ້າໃຈ ກັບສະຖານປະກອບການ ຫຼາຍກວ່າ 40 ແຫ່ງ ແລະ ໄດ້ຮັບປະກັນບ່ອນຝຶກປະຕິບັດ ອສຄ ຫຼາຍກວ່າ 100 ບ່ອນ. ການເປັນຄູ່ຮ່ວມງານດັ່ງກ່າວນີ້ ໄດ້ເຮັດໃຫ້ພວກເຮົາສາມາດສ້າງຄວາມເຂັ້ມແຂງທາງດ້ານທັກສະ ໃຫ້ແກ່ນັກຮຽນ ແລະ ພະນັກງານຂອງພວກເຮົາ ໂດຍຜ່ານການແລກປ່ຽນບົດຮຽນ ແລະ ພາກປະຕິບັດຕົວຈິງ.

ພວກເຮົາ ແມ່ນເປີດປະຕູຕ້ອນຮັບ ເພື່ອຂະຫຍາຍຄວາມສາມາດຂອງພວກເຂົາ ໂດຍຜ່ານການຄົ້ນຄວ້າ ຢ່າງຕໍ່ເນື່ອງ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ແລະ ພາກອຸດສາຫະກໍາ ເພື່ອຮັບປະກັນວ່າ ວິທະຍາໄລ ມີຄວາມສອດຄ່ອງກັບແນວໂນ້ມຂອງຕະຫຼາດ.

ວິໄສທັດຂອງພວກເຮົາແມ່ນ: ພະຍາຍາມໃຫ້ມີຄວາມເປັນເລີດໃນການສອນວິຊາຊີບ; ການໃຫ້ຄວາມຮູ້ດ້ານອາຊີວະສຶກສາ ໃນບັນພະນັກງານຂອງພວກເຮົາ ແລະ ການພັດທະນາທັກສະ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານປະກອບການທີ່ເປັນຄູ່ຮ່ວມງານ

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລເຕັກນິກ ວິຊາຊີບ ແຂວງຫຼວງພະບາງ . ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄັງຮູບພາບ