ວິທີ ເຂົ້າຮ່ວມ

ຫົກບາດກ້າວ ສໍາລັບ ການເຂົ້າຮ່ວມຢ່າງມີຜົນສໍາເລັດ

ມີຫົກບາດກ້າວຊີ້ນໍາ ໃນການລຸຜົນສໍາເລັດດ້ານການເຂົ້າຮ່ວມ ອສຄ. ສະນັ້ນ, ບໍລິສັດຂອງທ່ານຈະ ຍົກລະດັບຄວາມສາມາດໃນການ ຈັດຕັ້ງ, ປະຕິບັດ ແລະ ຊີ້ນໍາ ການຝຶກປະຕິບັດຢູ່ສະຖານປະກອບການ ຮ່ວມກັບ ສະຖານອາຊີວະສຶກສາ; ພ້ອມທັງ ສະໜອງວິທີທາງທີ່ຄຸ້ມຄ່າໃຫ້ແກ່ບໍລິສັດ ໃນການໄດ້ຮັບ ກໍາລັງແຮງງານທີ່ມີຄວາມສາມາດດ້ານການຜະລິດ, ມີຄວາມສາມາດ ແລະ ຊື່ສັດ.

ຕິດຕໍ່

ຖ້າຫາກທ່ານຢາກໄດ້ຮັບຂໍ້ມູນຂ່າວສານ ດ້ານ ອສຄ, ໂດຍສະເພາະ ແມ່ນກ່ຽວກັບວິທີເຂົ້າຮ່ວມ, ເຈົ້າສາມາດ ຕິດຕໍ່ ກັບຜູ້ຮັບຜິດຊອບໂຕະຂໍ້ມູນດ້ານ ອສຄ. ສາມາດຕິດຕໍ່ພວກເຂົາ ທາງໂທລະສັບ (xxx), ອີເມວ (xxx) ຫຼື ມາຫາດ້ວຍຕົນເອງ ທີ່ ສູນບໍລິການ ອສຄ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຢູ່ ນະຄອນຫຼວງວຽງຈັນ ຫຼື ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຫຼວງພະບາງ ແລະ ຈໍາປາສັກ. telephone, email or in person at the DCT Service Center of LNCCI in Vientiane Capital or at the Provincial Chambers of Commerce and Industry in Luang Prabang and Champasak.

ເຈົ້າຍັງສາມາດ ຕິດຕໍ່ໂດຍກົງກັບ ສະຖານອາຊີວະສຶກສາ (link) ທີ່ສະໜອງ ການຮຽນ-ການສອນ ອສຄ. TVET institutions which offer DCT courses.

ກວດກາ

ເຈົ້າສາມາດເບິ່ງຂໍ້ມູນເພີ່ມເຕີມ ກ່ຽວກັບ ການຮຽນ-ການສອນ ອສຄ ຢູ່ໃນແຕ່ລະແຂວງ ແລະ ສະຖານອາຊີວະສຶກສາ ໄດ້ ຢູ່ບ່ອນນີ້ (link). ເພື່ອເຂົ້າຮ່ວມ ອສຄ, ຢ່າງໜ້ອຍ ບໍລິສັດຂອງທ່ານ ຈະຕ້ອງມີເງື່ອນໄຂ ດັ່ງລຸ່ມນີ້:

  • ມີ ຄູຝຶກປະຈໍາບໍລິສັດ ທີ່ມີຄຸນວຸດທິ ເຊິ່ງຕ້ອງມີປະສົບການເຮັດວຽກ ຢ່າງໜ້ອຍ 5 ປີ ແລະ ດ້ານໃດໜຶ່ງລຸ່ມນີ້:
    • ມີປະຫວັດ ດໍາເນີນການສອນຢູ່ໃນບໍລິສັດ ທີ່ໄດ້ຮັບການຢັ້ງຢືນ ຫຼື
    • ໄດ້ເຂົ້າຮ່ວມ ແລະ ສໍາເລັດ ການຝຶກອົບຮົມ ສໍາລັບການເປັນຄູຝຶກປະຈໍາບໍລິສັດ ທີ່ສະໜອງໃຫ້ໂດຍ ສູນບໍລິການ ອສຄ ຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ.
  • ມີ ຜູ້ປະສານງານດ້ານການຝຶກອົບຮົມ ເພື່ອສື່ສານ ກັບສະຖານອາຊີວະສຶກສາ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ.
  • ມີ ພື້ນຖານໂຄງລ່າງ ທີ່ສາມາດຈັດຕັ້ງປະຕິບັດ ເນື້ອໃນການຝຶກອົບຮົມ ດັ່ງທີ່ໄດ້ກໍານົດຢູ່ໃນຫຼັກສູດທີ່ກ່ຽວຂ້ອງ.
  • ອັດຕາສ່ວນ ລະຫວ່າງ ຄູຝຶກປະຈໍາບໍລິສັດ ແລະ ນັກຮຽນ ທີ່ສົມເຫດສົມຜົນ ແລະ ສາມາດຈັດການໄດ້ ເຊິ່ງບໍ່ກາຍ 1:5.
  • ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ສະຖານອາຊີວະສຶກສາ.
  • ເຊັນ ສັນຍາ ອສຄ ກັບ ນັກຮຽນ.
  • ໃຫ້ຄໍາໝັ້ນສັນຍາວ່າ ຈະຮອງຮັບ ຄ່າໃຊ້ຈ່າຍ ໃນໄລຍະ ຝຶກປະຕິບັດ ຢູ່ໃນສະຖານປະກອບການ (ເງິນເດືອນນັກຮຽນ, ອາຫານ, ການເດີນທາງ, ເຄື່ອງມືການຝຶກອົບຮົມ ແລະ ອຸປະກອນສິ້ນເປືອງອື່ນໆ).

ຕັດສິນໃຈ

ຕັດສິນໃຈວ່າ ບໍລິສັດຂອງທ່ານ ຢາກເຂົ້າຮ່ວມ ການຮຽນ-ການສອນ ແບບ ອສຄ ຫຼືບໍ່ ແລະ ແຈ້ງໃຫ້ ສະຖານອາຊີວະສຶກສາທີ່ກ່ຽວຂ້ອງຮັບຊາບ. ບາດກ້າວຕໍ່ໄປ, ຕ້ອງໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດຂອງທ່ານ ແລະ ສະຖານອາຊີວະສຶກສາ. ເອກະສານດັ່ງກ່າວ ກໍານົດ ເປົ້າໝາຍສໍາຄັນຂອງການຮ່ວມມື, ເຊິ່ງກໍ່ຄື ການຈັດຕັ້ງ ແລະ ການປະຕິບັດ ອສຄ ແລະ ອະທິບາຍກ່ຽວກັບ ໜ້າວຽກທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ. ທ່ານສາມາດເບິ່ງຕົວຢ່າງຂອງ ບົດບັນທຶກຄວາມເຂົ້າໃຈຢູ່ບ່ອນນີ້: ທີ່ນີ້.

ຄັດເລືອກ

ແຕ່ງຕັ້ງຜູ້ປະສານງານດ້ານການຝຶກອົບຮົມ ທີ່ມີໜ້າທີ່ດັ່ງລຸ່ມນີ້:

  • ກິດຈະກໍາປະສານງານ ແລະ ພົວພັນກັບຜູ້ປະສານງານ ອສຄ ຂອງສະຖານອາຊີວະສຶກສາ ທີ່ກ່ຽວຂ້ອງ.
  • ອໍານວຍຄວາມສະດວກຂັ້ນຕອນ ເພື່ອເຮັດໃຫ້ການເປັນຄູ່ຮ່ວມງານ ລະຫວ່າງ ສະຖານອາຊີວະສຶກສາ, ບໍລິສັດ ແລະ ນັກສຶກສາ ມີຄວາມເປັນທາງການ, ເຊິ່ງລວມທັງການກະກຽມ MoU ແລະ ສັນຍາ ອສຄ.
  • ປະກອບສ່ວນ ໃສ່ການກະກຽມ ເອກະສານການວາງແຜນ, ໂດຍສະເພາະແມ່ນ ປະຕິທິນການຝຶກອົບຮົມທີ່ໄດ້ຕົກລົງກັນ, ໂດຍຜູ້ປະສານງານ ອສຄ ຂອງ ສະຖານອາຊີວະສຶກສາທີ່ກ່ຽວຂ້ອງ.

ແຕ່ງຕັ້ງ ຄູຝຶກປະຈໍາສະຖານປະກອບການ ທີ່ມີໜ້າທີ່ດັ່ງຕໍ່ໄປນີ້:

  • ພັດທະນາ ແຜນການຝຶກອົບຮົມ ທີ່ກໍານົດ ໄລຍະເວລາ ທີ່ນັກຮຽນຈະໃຊ້ສະເພາະ ຢູ່ໃນແຕ່ລະພະແນກ, ກໍານົດການໝູນວຽນ ລະຫວ່າງພະແນກຕ່າງໆ ແລະ ຍ້ອນແນວນັ້ນ ມັນຈະຊີ້ໃຫ້ເຫັນ ວິທີ ທີ່ຈະເຮັດໃຫ້ ເນື້ອໃນການຮຽນ ຂອງຫຼັກສູດ ສໍາລັບການຝຶກປະຕິບັດຢູ່ໃນສະຖານປະກອບການ ປະກົດເປັນຈິງ.
  • ແນະນໍານັກຮຽນໃຫ້ຮູ້ຈັກ ລະບຽບ ແລະ ຫຼັກການ ຂອງສະຖານປະກອບການ ທີ່ກ່ຽວຂ້ອງທັງໝົດ ພ້ອມທັງ ມາດຕະການ ດ້ານຄວາມປອດໄພ ແລະ ສຸຂະພາບອາຊີບ ແລະ ຮັບປະກັນວ່າ ຄໍາແນະນໍາໄດ້ຖືກປະຕິບັດຕາມ.
  • ຈັດຕັ້ງ, ປະຕິບັດ ແລະ ຊີ້ນໍາ ການຝຶກປະຕິບັດ ຢູ່ສະຖານປະກອບການ ພ້ອມທັງຕິດຕາມ ແລະ ບັນທຶກເປັນເອກະສານ ວ່າ ຄວາມຄືບໜ້າຂອງການຮຽນ ເປັນໄປຕາມຫຼັກສູດ ແລະ ຂັ້ນຕອນທີ່ໄດ້ຮັບຮອງໄວ້ ຫຼື ບໍ່.

ກະກຽມ

ເພື່ອຮັບປະກັນວ່າ ບໍລິສັດຂອງທ່ານ ຈັດການຝຶກປະຕິບັດຢູ່ສະຖານປະກອບການ ສອດຄ່ອງກັບ ການຮຽນ-ການສອນ ແບບ ອສຄ, ແຜນການຝຶກອົບຮົມ ຕ້ອງໄດ້ ພັດທະນາຂຶ້ນ ໂດຍຄູຝຶກປະຈໍາສະຖານປະກອບການ ທີ່ຖືກແຕ່ງຕັ້ງ. ຖ້າຫາກຈໍາເປັນ, ຜູ້ຮັບຜິດຊອບ ໂຕະຊ່ວຍເຫຼືອ ອສຄ ຂອງ ສູນບໍລິການ ອສຄ ຂອງ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ ຫຼື ສະພາການຄ້າ ແລະ ອຸດສາຫະກໍາແຂວງ ຫຼວງພະບາງ ແລະ ຈໍາປາສັກ ຫຼື ຜູ້ປະສານງານ ອສຄ ຂອງ ສະຖານອາຊີວະສຶກສາ ສາມາດຊ່ວຍເຫຼືອ ບໍລິສັດຂອງທ່ານ ໃນການພັດທະນາແຜນຝຶກອົບຮົມ ໄດ້. ແຜນການຝຶກອົບຮົມ ສະໜອງພື້ນຖານ ສໍາລັບ ການຈັດຕັ້ງ ແລະ ການປະຕິບັດ ການຝຶກປະຕິບັດ ຢູ່ສະຖານປະກອບການ ໂດຍການປະສານງານຢ່າງໃກ້ຊິດ ກັບ ສະຖານອາຊີວະສຶກສາ. ຢູ່ບ່ອນນີ້ ທ່ານສາມາດເບິ່ງຕົວຢ່າງຂອງ ແຜນຝຶກອົບຮົມ. ທີ່ນີ້.

ເລີ່ມຕົ້ນ!

ຈັດຕັ້ງ ແລະ ປະຕິບັດ ການຝຶກປະຕິບັດ ຢູ່ສະຖານປະກອບການ ໂດຍອີງໃສ່ ແຜນຝຶກອົບຮົມ ໂດຍການປະສານງານຢ່າງໃກ້ຊິດ ກັບສະຖານອາຊີວະສຶກສາ. ເພື່ອຮັບປະກັນວ່າ ຜູ້ມີສ່ວນຮ່ວມທຸກພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນ ສະຖານປະກອບການ ແລະ ນັກຮຽນ, ມີຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບໜ້າທີ່ ແລະ ໜ້າວຽກ, ກອງປະຊຸມຂໍ້ມູນຂ່າວສານ ແມ່ນໄດ້ຖືກຈັດຂຶ້ນໂດຍ ສະຖານອາຊີວະສຶກສາ ໂດຍການສະໜັບສະໜູນ ຂອງ ຜູ້ຮັບຜິດຊອບ ໂຕະຊ່ວຍເຫຼືອ ອສຄ ຂອງ ສູນບໍລິການ ອສຄ ຂອງ ສະພາການຄ້າ ແລະ ອຸສາຫະກໍາແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ ຫຼື ສະພາການຄ້າ ແລະ ອຸດສາຫະກໍາແຂວງ ຫຼວງພະບາງ ແລະ ຈໍາປາສັກ. ກອງປະຊຸມ ຈະຖືກຈັດຂຶ້ນ ໃນຕອນເລີ່ມຕົ້ນ ຂອງແຕ່ລະພາກຮຽນ ແລະ ສອງ-ສາມ ມື້/ອາທິດ ກ່ອນຈະເລີ່ມຕົ້ນ ການຝຶກປະຕິບັດຢູ່ສະຖານປະກອບການ ແຕ່ລະໄລຍະ.

ເພື່ອຮັບປະກັນ ຄຸນນະພາບ ຂອງ ອສຄ ໃນລະຫວ່າງ ໄລຍະການຈັດຕັ້ງປະຕິບັດ, ຄູຝຶກປະຈໍາສະຖານປະກອບການ ແລະ ຄູອາຊີວະສຶກສາ ຕ້ອງໄດ້ຮັບການຊີ້ນໍາຕິດຕາມ ແລະ ໃຫ້ຄໍາປຶກສາ. ໜ້າທີ່ດັ່ງກ່າວນີ້ ຈະຖືກດໍາເນີນໂດຍ ຄູອາຊີວະສຶກສາ ທີ່ມີປະສົບການຍາວນານ ແລະ ມີຄວາມຊ່ຽວຊານດ້ານຂະແໜງການ ຈາກແຕ່ລະພະແນກການ ຂອງສະຖານອາຊີວະສຶກສາ, ໂດຍການສະໜັບສະໜູນ ຈາກ ຜູ້ຮັບຜິດຊອບ ໂຕະຊ່ວຍເຫຼືອ ອສຄ. ຜູ້ໃຫ້ຄໍາປຶກສາ ດ້ານ ອສຄ ຈະວິເຄາະຄຸນນະພາບຂອງການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ໂດຍຜ່ານການສັງເກດ ແລະ ການສໍາພາດ ແລະ ສະໜອງຄໍາແນະນໍາ ສໍາລັບການປັບປຸງຂັ້ນຕອນການຈັດຕັ້ງປະຕິບັດ.