ໃນ ອາຊີວະສຶກສາແບບຄວບຄູ່, ທ່ານຈະໄດ້ໃຊ້ເວລາສ່ວນໜຶ່ງ ໃນສະຖານອາຊີວະສຶກສາ ແລະ ອີກສ່ວນໜຶ່ງ ແມ່ນເຮັດວຽກໃນສະຖານປະກອບການ. ສິ່ງນີ້ໃຫ້ຜົນປະໂຫຍດຕໍ່ທ່ານແນວໃດ? ສາມາດເຂົ້າເບິ່ງຜົນປະໂຫຍດທັງໝົດໄດ້ທີ່ນີ້:
ຊອກຫາຂໍ້ມູນທັງໝົດທີ່ກ່ຽວກັບຫຼັກສູດການຮຽນ-ການສອນ ແບບ ອສຄ, ສາຍອາຊີບ ແລະ ຜົນປະໂຫຍດຕ່າງໆ ຢູ່ທີ່ດຽວ. ຊອກຫາ ສາຍອາຊີບ ທີ່ເໝາະສົມ ແລະ ໃຫ້ໂອກາດທີ່ດີທີ່ສຸດສຳລັບທ່ານໃນອະນາຄົດ.

ອາຊີວະສຶກສາແບບຄວບຄູ່ (ອສຄ)

ອາຊີວະສຶກສາແບບຄວບຄູ່ ແມ່ນຮູບແບບການສຶກສາ ທີ່ລວມເອົາການຮຽນຮູ້ໃນສະຖານອາຊີວະສຶກສາ ກັບ ການຝຶກອົບຮົມໃນສະຖານປະກອບການເຂົ້າໄວ້ນຳກັນ. ນັກສຶກສາ ໃຊ້ເວລາສ່ວນໜຶ່ງໃນການຮຽນ ຢູ່ສະຖານອາຊີວະສຶກສາ ແລະ ອີກສ່ວນໜຶ່ງແມ່ນເຮັດວຽກຢູ່ສະຖານປະກອບການ. ເຊິ່ງການຮຽນ-ການສອນແບບນີ້ ເຮັດໃຫ້ເຂົາເຈົ້າ ມີທັກສະດ້ານວິຊາການ, ຄວາມຮູ້ທາງທິດສະດີ ແລະ ມີທັດສະນະຄະຕິ ການເຮັດວຽກ ທີ່ພາກທຸລະກິດຕ້ອງການໃນປັດຈຸບັນ. ດ້ວຍເຫດນັ້ນ, ເຂົາເຈົ້າມີໂອກາດໃນການເຮັດວຽກທີ່ດີຂຶ້ນ ໃນຕະຫຼາດແຮງງານທີ່ມີການແຂ່ງຂັນນັບມື້ນັບສູງຂຶ້ນ.

ຄູ່ມື ການສຶກສາ ແລະ ສາຍອາຊີບ ອສຄ

ຄູ່ມື ການສຶກສາ ແລະ ສາຍອາຊີບ ອສຄ ນີ້ແມ່ນ ເພື່ອຊ່ວຍໃຫ້ນັກສຶກສາເລືອກສາຍອາຊີບທີ່ເໝາະສົມ ແລະ ໃຫ້ໂອກາດທີ່ດີທີ່ສຸດແກ່ເຂົາເຈົ້າໃນອະນາຄົດ. ພວກເຮົາສະເໜີຂໍ້ມູນທີ່ຫຼາກຫຼາຍກ່ຽວກັບຫຼັກສູດຕ່າງໆເຊັ່ນ: ຫຼັກສູດ, ໂອກາດໃນການເຮັດວຽກ ແລະ ກໍລະນີສຶກສາຂອງນັກສຶກສາທີ່ຮຽນຈົບ. ໜ້າຖັດໄປແມ່ນ ແນະນຳກ່ຽວກັບສະຖານປະກອບການບາງແຫ່ງ ທີ່ຮັບນັກສຶກສາ ອສຄ ເຂົ້າເຮັັັດວຽກ. ສ່ວນການອັບເດດຂ່າວຫຼ້າສຸດ, ງານຕະຫຼາດນັດແຮງງານ ແລະ ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບ ອສຄ ແມ່ນສາມາດເບິ່ງໄດ້ທີ່ພາກສ່ວນຂ່າວສານ ແລະ ກິດຈະກຳ.

ຮຽນຮູ້ເພີ່ມເຕີມກ່ຽວກັບຫຼັກສູດການຮຽນ-ການສອນແບບ ອສຄ ແລະ ຜົນປະໂຫຍດທີ່ທ່ານຈະໄດ້ຮັບ ຢູ່ທາງລຸ່ມນີ້!

ຫຼັກສູດຮຽນ ອສຄ

ຜົນໄດ້ຮັບ

0 %
ຂອງນັກສຶກສາທີ່ຈົບໄປ
0 %
ຂອງນັກສຶກສາທີ່ຈົບໄປ ສາມາດຊອກວຽກໄດ້ພາຍໃນ 6 ເດືອນ
0 %
ເງິນເດືອນສະເລ່ຍສູງກວ່າຄ່າແຮງຂັ້ນຕໍ່າເຖິງ
0 +
ມີສະຖານປະກອບການຫຼາຍກວ່າ 120 ແຫ່ງ ໃນປີ 2020

ຂ່າວ ແລະ ສື່ມວນຊົນ