ກ່ຽວກັບສູນບໍລິການ ອສຄ

ອະນາຄົດຂອງຊາວໜຸ່ມ, ອະນາຄົດຂອງຊາດ ແມ່ນພາລະກິດຂອງພວກເຮົາ

ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ອສຄ) ສ້າງຂຶ້ນໃນປີ 2020, ຕັ້ງຢູ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ). ອີງໃສ່ພື້ນຖານຮູບແບບການຝຶກອົບຮົມແບບຄວບຄູ່ ທີ່ປະສົບຜົນສຳເລັດຢູ່ປະເທດ ເຢຍລະມັນ, ອສຄ ແມ່ນວິທີການຈັດຕັ້ງການຝຶກອົບຮົມທີ່ເປັນນະວັດຕະກຳ, ປະສົມປະສານຮູບແບບການຮຽນ-ການສອນ ຢູ່ສະຖາບັນອາຊີວະກັບການເຮັດວຽກຕົວຈິງ ຢູ່ສະຖານປະກອບການ.

ສູນໃຫ້ບໍລິການທີ່ສອດຄ່ອງສະເພາະ ເພື່ອສະໜັບສະໜູນພາກທຸລະກິດ ໃນການວາງແຜນ, ຈັດຕັ້ງ ແລະ ປະຕິບັດ ອາຊີວະສຶກສາແບບຄວບຄູ່. ຜ່ານການເຊື່ອມໂຍງນີ້, ສະຖານປະກອບການຕ່າງໆ ຈະເປີດໂອກາດ ໃຫ້ນັກສຶກສາ ໄດ້ຮຽນຮູ້ທັກສະວິຊາການ, ຄວາມຮູ້ ແລະ ທັດສະນະຄະຕິການເຮັດວຽກຕົວຈິງ ທີ່ຖືກຕ້ອງ, ເຮັດໃຫ້ສະຖານປະກອບການ ມີກໍາລັງແຮງງານ ທີ່ໄດ້ຜ່ານການຝຶກອົບຮົມ, ມີຄວາມສາມາດດ້ານການຜະລິດ ແລະ ມີຄວາມຊື່ສັດ ທີ່ດີກວ່າ ແລະ ກໍ່ຍັງປະຢັດຄ່າໃຊ້ຈ່າຍ ໃນການຮັບສະໝັກ ແລະ ຈັດປະຖົມນິເທດໃຫ້ພະນັກງານໃໝ່.

ຂໍ້ຄວາມ ຈາກຄະນະ

ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ

“ປັດຈຸບັນພວກເຮົາມີສະມາຊິກ ຫຼາຍກວ່າ 500 ຫົວໜ່ວຍທຸລະກິດ ທີ່ສາມາດປະສານສົມທົບໄດ້ໂດຍກົງ ຮ່ວມກັບບັນດາສະມາຄົມ ແລະ ເຊັ່ນດຽວກັນກັບ ສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ, ເຊິ່ງ ສຄອຊ ແມ່ນກະບອກສຽງຂອງພາກທຸລະກິດໃນ ສປປ ລາວ. ບັນດາຫົວໜ່ວຍທຸລະກິດຈະປະສົບຜົນສຳເລັດໄດ້ ແມ່ນຂຶ້ນກັບຄຸນນະພາບຂອງຊັບພະຍາກອນມະນຸດ, ເຊິ່ງເປັນຫົວໃຈສຳຄັນທີ່ມີຜົນຕໍ່ການດຳເນີນງານຂອງພາກທຸລະກິດ. DCT ແມ່ນທ່າແຮງໃນການກຽມຄວາມພ້ອມໃຫ້ ນັກສຶກສາ ກ່ອນການກ້າວເຂົ້າສູ່ຕະຫຼາດແຮງງານ ໂດຍໃຫ້ພວກເຂົາມີສ່ວນຮ່ວມ ຢູ່ໃນຂະບວນການສໍາຄັນຂອງທຸລະກິດ ໃນລະຫວ່າງທີ່ພວກເຂົາຮຽນຕົວຈິງຢູ່ທີ່ສະຖານປະກອບການ.”

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສຄອຊ

“ຜ່ານ ສູນບໍລິການ ອາຊີວະສຶກສາແບບຄວບຄູ່, ສຄອຊ ເປັນຜູ້ນຳພາ ແລະ ສະໜັບສະໜູນ ການພັດທະນາວຽກ ອາຊີວະສຶກສາ ໂດຍຖືເອົາ DCT ເປັນຮູບແບບການຈັດການຮຽນ-ການສອນ ທີ່ມີຄຸນວຸດທິ ເພື່ອສອດຄ່ອງກັບຄວາມຕ້ອງການຂອງພາກທຸລະກິດ. ສູນນີ້ ຈະໃຫ້ບໍລິການແກ່ສະຖານປະກອບການທີ່ແມ່ນສະມາຊິກ ແລະ ຍັງບໍ່ແມ່ນສະມາຊິກ ເພື່ອກຽມຄວາມພ້ອມຂອງພວກເຂົາ ຈັດຕັ້ງປະຕິບັດວຽກງານ DCT ໃຫ້ມີຄວາມສະດວກສະບາຍ.”