ການໂຄສະນາ ແລະ ການຍ້ອງຍໍ

LNCCI ໄດ້ຮັບຮູ້ ແລະ ຮູ້ບຸນຄຸນໃນຄວາມພະຍາຍາມຂອງບັນດາສະຖານປະກອບການ ແລະ ບັນດາຄູ່ຮ່ວມງານ ຫຼື ສ່ວນບຸກຄົນ ທີ່ໄດ້ໃຫ້ການຮ່ວມມືຢ່າງຫ້າວຫັນໃນໄລຍະການຈັດຕັ້ງປະຕິບັດ DCT.

LNCCI ໄດ້ວາງແຜນທີ່ຈະຈັດງານພິທີອັນມີຄຸນຄ່າ “ລາງວັນ ອາຊີວະສຶກສາແບບຄວບຄູ່” (DCT Awards) ເຊິ່ງຈະໄດ້ຈັດຂຶ້ນເປັນຄັ້ງທຳອິດ ໂດຍຈະພິຈາລະນາມອບລາງວັນອັນຊົງຄຸນຄ່າໃຫ້ແກ່ຄູ່ຮ່ວມງານ, ສະຖານປະກອບການ ຫຼື ສ່ວນບຸກຄົນ ຜູ້ທີ່ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງຫ້າວຫັນ ແລະ ການສົ່ງເສີມ DCT ໃນໄລຍະການຈັດຕັ້ງປະຕິບັດ. ລາງວັນອັນຊົງຄຸນຄ່າດັ່ງກ່າວ ຈະໄດ້ອີງໃສ່ເງື່ອນໄຂທີ່ໄດ້ກຳນົດໄວ້ລ່ວງໜ້າ ໂດຍອີງໃສ່ຄະນະຊີ້ນຳຂອງສູນບໍລິການDCT ເປັນຜູ້ຕັດສິນ. ພິທີມອບລາງວັນດັ່ງກ່າວຈະມີການເຊື້ອເຊີນບັນດາການນຳຂັ້ນສູງຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”