ການສົນທະນາ ແລະ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ

ການເປັນຕົວແທນໃນການຮັກສາສິດ ແລະ ຜົນປະໂຫຍດຂອງພາກທຸລະກິດແມ່ນໜ້າທີ່ຫຼັກຂອງ LNCCI. ຜ່ານການສະໜັບສະໜູນ ແລະ ການສົນທະນາ, LNCCI ຈະໄດ້ແບ່ງປັນຂໍ້ມູນ ແລະ ຂໍ້ສະເໜີແນະທີ່ສຳຄັນຈາກຜູ້ປະຕິບັດວຽກງານອາຊີວະສຶກສາ ຮ່ວມກັບ ລັດຖະບານ ເວົ້າລວມ, ເວົ້າສະເພາະກ່ຽວກັບສະພາບແວດລ້ອມໃນການຈັດຕັ້ງປະຕິບັດໜ້າວຽກຂອງ DCT. ຕ້ອງໄດ້ມີການສ້າງຄວາມເຂົ້າໃຈ ກັບລັດຖະບານກ່ຽວກັບຜົນກະທົບຂອງກິດຈະກຳເຫຼົ່ານີ້ ແລະ ກຳນົດນະໂຍບາຍ ເພື່ອສ້າງແຮງຈູງໃຈໃຫ້ເກີດການມີສ່ວນຮ່ວມຂອງພາກທຸລະກິດໃຫ້ຫຼາຍຂຶ້ນ.

ອີງຕາມເນື້ອໃນຂ້າງເທິງນີ້, LNCCI ຈິ່ງໄດ້ກຳນົດການບໍລິການດັ່ງຕໍ່ໄປນີ້:

  • ການພັດທະນາ ວາລະອາຊີວະສຶກສາແບບຄວບຄູ່ ‘DCT Agenda’ (ເຊິ່ງເປັນການສັງລວມຂໍ້ມູນໂດຍການມີສ່ວນຮ່ວມຂອງພາກທຸລະກິດກ່ຽວກັບການຈັດຕັ້ງປະຕິບັດ DCT ຫຼື TVET ເປັນການນຳສະເໜີ ຂໍ້ກັງວົນ ແລະ ຂໍ້ສະເໜີແນະທີ່ສຳຄັນໃຫ້ແກ່ລັດຖະບານ) ແລະ ເປັນການແລກປ່ຽນຢ່າງເປັນທາງການກັບລັດຖະບານ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນງານ DCT.
  • ການອຳນວຍຄວາມສະດວກ ສ້າງແຮງຈູງໃຈໃຫ້ແກ່ບັນດາສະຖານປະກອບການທີ່ເຂົ້າຮ່ວມຈັດຕັ້ງປະຕິບັດ DCT.
  • ການເປັນຕົວແທນຂອງພາກທຸລະກິດຕໍ່ກັບໜ່ວຍງານຂອງພາກລັດ (ເຊັ່ນ: ສະພາອາຊີວະສຶກສາແຫ່ງຊາດ, ກຸ່ມອາຊີບ ແລະ ຂະແໜງການ, ຄະນະທີ່ປຶກສາອາຊີວະສຶກສາ ຂອງສະຖານອາຊີວະສຶກສາຂັ້ນແຂວງ).

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”