ສະຖານປະກອບການທີ່ເປັນຄູ່ຮ່ວມງານ

ການເຊື່ອມສານ ອາຊີວະສຶກສາແບບຄວບຄູ່ (ອສຄ) ເຂົ້າໃນລະບົບອາຊີວະສຶກສາ ແມ່ນມີເປົ້າໝາຍ ເພື່ອກະກຽມນັກຮຽນ ໃຫ້ໄດ້ດີກວ່າ ສໍາລັບ ການເຮັດວຽກເປັນທາງການ ແລະ ການປະກອບອາຊີບດ້ວຍຕົນເອງ. ການປັບໃຫ້ຫຼັກສູດມີໃກ້ຄຽງທີ່ສຸດ ກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ ໄດ້ນໍາໄປສູ່ການປັບປຸງ ຄວາມສອດຄ່ອງ ຂອງວຽກງານອາຊີວະສຶກສາ ແລະ ການກຽມພ້ອມທີ່ດີກວ່າ ໃຫ້ແກ່ນັກຮຽນ ເພື່ອໃຫ້ສາມາດເຮັດວຽກໄດ້ ຫຼັງຈາກຮຽນຈົບ. ການມີຫຼັກສູດ ອສຄ ເພີ່ມຂຶ້ນ ໄດ້ນໍາໄປສູ່ ການເພີ່ມຈໍານວນຂອງສະຖານປະກອບການທີ່ ສົນໃຈ ແລະ ຕ້ອງການ ເປັນຄູ່ຮ່ວມງານ ກັບ ສະຖານອາຊີວະສຶກສາ.

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ)ໄດ້ໃຫ້ຄວາມໝາຍໝັ້ນ ເພື່ອສະໜັບສະໜູນ ບັນດາວຽກງານເຫຼົ່ານີ້ ຢູ່ໃນ ສູນບໍລິການ ອສຄ ທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່. ໃນຖານະ ເປັນກະບອກສຽງຂອງພາກທຸລະກິດ, ສຄອຊ ສະໜອງການຊີ້ນໍາ ແລະ ການສະໜັບສະໜູນ ເພື່ອການພັດທະນາ ວຽກງານອາຊີວະສຶກສາ, ໂດຍມີ ອສຄ ເປັນວິທີການຝຶກອົບຮົມ ແລະ ເສັ້ນທາງຄຸນວຸດທິ ທີ່ຕ້ອງການ.

ເລືອກເອົາ ບັນດາສະຖານປະກອບການລຸ່ມນີ້ ເພື່ອເບິ່ງຂໍ້ມູນເພີ່ມຕື່ມ ກ່ຽວກັບທຸລະກິດຂອງພວກເຂົາ. ທ່ານຍັງສາມາດນໍາໃຊ້ການເລືອກ ເພື່ອເບິ່ງວ່າ ສະຖານປະກອບການໃດ ເຊື່ອມໂຍງກັບ ວິທະຍາໄລ ແລະ/ຫຼື ຫຼັກສູດໃດ.