ບໍລິການ ອາຫານ ແລະ ເຄື່ອງດື່ມ

ກ່ຽວກັບຫຼັກສູດການຮຽນ

ນັກຮຽນ ຈະຮຽນຮູ້ກ່ຽວກັບວຽກໂຮງແຮມ ແລະ ອຸດສາຫະກໍາການທ່ອງທ່ຽວ, ມາດຕະຖານດ້ານສຸຂະອະນາໄມ, ການປະພຶດແບບມືອາຊີບ ແລະ ພາກປະຕິບັດດ້ານອຸດສາຫະກໍາທີ່ດີ. ຫຼັກສູດດັ່ງກ່າວນີ້ ແມ່ນສຸມໃສ່ ການຝຶກປະຕິບັດ ຢູ່ໂຮງແຮມ.

ນັກຮຽນ ຈະໄດ້ຮັບການຝຶກສອນກ່ຽວກັບການບໍລິການ ອາຫານ ແລະ ເຄື່ອງດື່ມ ລະດັບພື້ນຖານ ແລະ ລະດັບກາງ ຢູ່ໃນຮ້ານອາຫານ ແລະ ບ່ອນຈ່າຍອາຫານຂອງໂຮງແຮມ. ພວກເຂົາຈະຮຽນຮູ້ກ່ຽວກັບວິທີບໍລິການຢູ່ໂຕະອາຫານ, ການໂຄສະນາລາຍການອາຫານ ແລະ ການຄຸ້ມຄອງດູແລສາງ. ການຝຶກປະຕິບັດໃນການເຮັດອາຫານ ປະກອບດ້ວຍ ການປຸງແຕ່ງອາຫານລາວ ແລະ ອາຫານສາກົນ ສໍາລັບ ອາຫານເຊົ້າ, ສວຍ ແລະ ແລງ. ການແນະນໍາກ່ຽວກັບການບໍລິການແຂກ ຢູ່ໃນພະແນກທໍາຄວາມສະອາດ ແມ່ນພາກສ່ວນໜຶ່ງຂອງການຝຶກປະຕິບັດເຊັ່ນກັນ.

Play Video
  • ຫຼັກສູດຮຽນ ອສຄ

ການແນະນຳຫຼັກສູດການຮຽນ-ການສອນແບບ ອສຄ ສາຂາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ ການປຸງແຕ່ງອາຫານ ແບບມືອາຊີບ

ໝວດສາຍອາຊີບ

ນັກຮຽນທີ່ຮຽນຈົບຫຼັກສູດນີ້ ສ່ວນຫຼາຍແມ່ນຈະເຂົ້າເຮັດວຽກຕໍາແໜ່ງຕ່າງໆ ຢູ່ໃນໂຮງແຮມ ແລະ ຮ້ານອາຫານ ຫຼື ເປີດທຸລະກິດນ້ອຍໆ ຂອງຕົນເອງ.

ຕໍາແໜ່ງວຽກອາດຈະປະກອບມີດັ່ງນີ້:

  • ເຮັດວຽກເປັນພະນັກງານເສີບ ຢູ່ ພະແນກ ບໍລິການອາຫານ ແລະ ເຄື່ອງດື່ມ ຂອງໂຮງແຮມ ຫຼື ຮ້ານອາຫານ, ເປັນຜູ້ປຸງເຄື່ອງດື່ມ (ບາເທັນເດີ້) ຫຼື ຜູ້ຊີ້ນໍາຢູ່ຮ້ານອາຫານ.
  • ເຮັດວຽກເປັນຜູ້ຊ່ວຍຄົວ ຫຼື ພໍ່ຄົວ ຢູ່ ໂຮງແຮມ ຫຼື ຮ້ານອາຫານ
  • ເຮັດວຽກເປັນ ຜູ້ດູແລຫ້ອງພັກ ຫຼື ຜູ້ຊີ້ນໍາວຽກງານໃນແຕ່ລະຊັ້ນຂອງໂຮງແຮມ
  • ເຮັດວຽກເປັນຜູ້ຊ່ວຍຜູ້ຈັດການ ຢູ່ໃນພະແນກຕ່າງໆ ຂອງໂຮງແຮມ
  • ຈັດການທຸລະກິດການບໍລິການຕ້ອນຮັບ ເຊັ່ນ ຄາເຟ, ຮ້ານກາເຟ, ຮ້ານອາຫານ ແລະ ເຮືອນພັດ ຫຼື ໂຮງແຮມຂະໜາດນ້ອຍ
  • ເປີດທຸລະກິດບໍລິການໂຮງແຮມ ແລະ ການທ່ອງທ່ຽວຂະໜາດນ້ອຍ

ໜ້າທີ່ຕົ້ນຕໍ

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”

ວິລະໄຊ ຊາຍມົນຕີ, ນັກຮຽນ ອາຍຸ (19):

“DCT ບໍ່ພຽງແຕ່ຊ່ວຍຂ້າພະເຈົ້ານຳໃຊ້ຄວາມຮູ້ພາກທິດສະດີ ແລະ ຄວາມຮູ້ພື້ນຖານທີ່ໄດ້ຮຽນຢູ່ວິທະຍາໄລເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຝຶກທັກສະໃນການເຮັດວຽກຕົວຈິງນຳອີກ. ຂ້າພະເຈົ້າບໍ່ເຄິຍຮູ້ມາກ່ອນເລີຍ ວ່າຕ້ອງໄດ້ເອົາໃຈໃສ່ຫຼາຍປານໃດໃນການເຮັດວຽກຢູ່ໂຮງແຮມ.”

ສຸທິນ ສຸລີຍາ, ນັກຮຽນ ອາຍຸ (21):

"ນອກຈາກການໄດ້ຄວາມຮູ້ ແລະ ທັກສະໃນພາກປະຕິບັດຢູ່ວິທະຍາໄລ ແລະ ຮ້ານອາຫານແລ້ວ, ຂ້າພະເຈົ້າຍັງໄດ້ປະສົບການໃນການເຮັດວຽກ ແລະ ມີລາຍໄດ້ ໃນລະຫວ່າງການຝຶກແອບປະຕິບັດຢູ່ຮ້ານອາຫານອີກ."

ການດາວໂຫຼດ

DCT Contract (trainee-employer) Template

(3.07 KB)
Students at job fair

ສະຖານທີ່ຮຽນ

ຫຼັກສູດບໍລິການອາຫານ ແລະ ເຄື່ອງດື່ມ ແບບ ອສຄ ແມ່ນສອນຢູ່ທີ່ ວິທະຍາໄລເຕັກນິກ ທີ່ຢູ່ໃນແຜນທີ່ດ້ານລຸ່ມນີ້. ຄຼິກໃສ່ສະຖານທີ່ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ຂ່າວ ແລະ ສື່ມວນຊົນ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄູ່ຮ່ວມງານດ້ານ ການບໍລິການອາຫານ ແລະ ເຄື່ອງດື່ມ