ສະຖານປະກອບການທີ່ເປັນຄູ່ຮ່ວມງານ

ຄໍາອະທິບາຍກ່ຽວກັບບັນດາຄໍາສັບຂອງ ອສຄ

ປະມວນສັບ ຂອງ ອສຄ ແມ່ນການເກັບກໍາບັນດາຄໍາສັບ ທີ່ໃຊ້ຢ່າງເປັນປົກກະຕິ ໂດຍສະເພາະແມ່ນຢູ່ໃນຂົງເຂດ ການຮຽນ-ການສອນ ແບບຄວບຄູ່ (ອສຄ) ຢູ່ໃນ ລາວ. ປະມວນສັບດັ່ງກ່າວນີ້ ສະໜອງຄໍານິຍາມ ແລະ ຂໍ້ມູນພື້ນຖານ ທີ່ໄດ້ສະໜອງໃຫ້ໂດຍ ໜ່ວຍງານ ສູນບໍລິການ ອສຄ.
ຄົ້ນຫາ ຢູ່ໃນລາຍການທັງໝົດ ທີ່ຢູ່ດ້ານລຸ່ມ ຫຼື ເລືອກເອົາລາຍການໃດໜຶ່ງ ເພື່ອເຂົ້າເບິ່ງໂດຍກົງ:

ສັນຍາ ອສຄ

ເມື່ອນັກຮຽນຖືກຄັດເລືອກ ແລະ ຖືກຮັບເອົາ ໂດຍສະຖານປະກອບການແລ້ວ, ຕ້ອງໄດ້ ເຊັນ ສັນຍາການຝຶກປະຕິບັດ (“ສັນຍາ ອສຄ”) ໂດຍສະຖານປະກອບການ, ນັກຮຽນ ແລະ ຜູ້ຕາງໜ້າ ສະຖານອາຊີວະສຶກສາ (ເປັນພະຍານ). ສັນຍາ ອສຄ - ເຊິ່ງຄ້າຍຄືກັນກັບ ສັນຍາເຮັດວຽກທົ່ວໄປ - ກໍານົດກ່ຽວກັບ ໄລຍະ ຂອງການຝຶກປະຕິບັດ, ສະຖານທີ່ຝຶກປະຕິບັດ, ໜ້າທີ່ຂອງສະຖານປະກອບການ ແລະ ນັກຮຽນ, ເງິນເບ້ຍລ້ຽງ ແລະ/ຫຼື ການປະກອບສ່ວນທີ່ບໍ່ເປັນເງິນ, ຊົ່ວໂມງເຮັດວຽກ ແລະ ມື້ພັກ ພ້ອມທັງ ແຜນຝຶກປະຕິບັດ ຢູ່ສະຖານປະກອບການ ສະເພາະ ແລະ ການໃຫ້ໃບຢັ້ງຢືນທີ່ຖືກຕ້ອງເໝາະສົມ. ຮ່າງຂອງ ສັນຍາ ອສຄ ສາມາດ ເບິ່ງ ແລະ ດາວໂຫຼດ ໄດ້ຢູ່ບ່ອນນີ້: ທີ່ນີ້.

ການສອບເສັງຈົບຊັ້ນ ພາກປະຕິບັດ ແລະ ປາກເປົ່າ

ການສອບເສັງຈົບຊັ້ນ ຈັດຂຶ້ນໃນຕອນທ້າຍຂອງ ຫຼັກສູດ ອສຄ ແລະ ກໍານົດວ່າ ນັກຮຽນ ມີຄຸນວຸດທິ ທີີ່ຈະເຮັດວຽກ ຢູ່ໃນອາຊີບ ທີ່ພວກເຂົາໄດ້ຮຽນ ຫຼືບໍ່. ການສອບເສັງ ຈະດໍາເນີນ ຮ່ວມກັນ ໂດຍ ຜູ້ສອບເສັງ ທີ່ມີປະສົບການ ຈາກ ສະຖານອາຊີວະສຶກສາ ແລະ ສະຖານປະກອບການທີ່ເປັນຄູ່ຮ່ວມງານ. ເຊິ່ງຂຶ້ນກັບ ເຄື່ອງມື ແລະ ອຸປະກອນດ້ານວິຊາການທີ່ເໝາະສົມ ທີ່ມີ, ການສອບເສັງຈົບຊັ້ນ ອາດຈະຈັດຢູ່ສະຖານອາຊີວະສຶກສາ ຫຼື, ຖ້າເປັນໄປໄດ້, ຢູ່ (ບັນດາ) ສະຖານປະກອບການ ທີ່ ເປັນຄູ່ຮ່ວມງານ.

ການຝຶກປະຕິບັດ ຢູ່ສະຖານປະກອບການ

ຫຼັກສູດ ອສຄ ແມ່ນ ຈັດຕັ້ງປະຕິບັດ ຢູ່ທັງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການຂອງຄູ່ຮ່ວມງານ. ການຮຽນ ອສຄ ຢູ່ ສະຖານອາຊີວະສຶກສາ ແມ່ນສ້າງພື້ນຖານທັກສະທີ່ດີ ໂດຍຜ່ານ ທິດສະດີທີ່ກ່ຽວຂ້ອງກັບວຽກ ແລະ ການຝຶກພາກປະຕິບັດແບບພື້ນຖານ. ໂດຍເສີມສ້າງຈາກຄວາມສາມາດດັ່ງກ່າວນີ້, ການເຮັດວຽກຢູ່ສະຖານປະກອບການ ແມ່ນຊຸກຍູ້ ການນໍາໃຊ້ພາກປະຕິບັດຕົວຈິງ ແລະ ການລຶ້ມຄືນ ການຮຽນຮູ້ ໂດຍການເຊື່ອມສານ ນັກຮຽນເຂົ້າໃນຂະບວນການເຮັດວຽກທີ່ສໍາຄັນ. ໄລຍະເວລາທີ່ນັກຮຽນໃຊ້ເຮັດວຽກຢູ່ໃນສະຖານປະກອບການຂອງຄູ່ຮ່ວມງານ - ປະມານ 50% ຂອງເວລາທັງໝົດ ຂອງຫຼັກສູດ ອສຄ - ເອີ້ນວ່າ ການຝຶກປະຕິບັດຢູ່ສະຖານປະກອບການ.

ແຜນຝຶກປະຕິບັດ ຢູ່ສະຖານປະກອບການ ແລະ ແຜນໝູນວຽນ

ການຝຶກປະຕິບັດ ຢູ່ສະຖານປະກອບການ ຕ້ອງໄດ້ຈັດຕັ້ງໂດຍ ສະຖານປະກອບການທີ່ເປັນຄູ່ຮ່ວມງານ ໃນວິທີທາງທີ່ ນັກຮຽນ ຖືກເຊື່ອມສານເຂົ້າໃນຂະບວນການເຮັດວຽກ ທີ່ສໍາຄັນ ແລະ ຍ້ອນແນວນັ້ນ ຈຶ່ງສາມາດບັນລຸຜົນການຮຽນ ຕາມທີ່ໄດ້ກໍານົດໄວ້ ຢູ່ໃນຫຼັກສູດ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການເຊື່ອມສານນັກຮຽນ ເຂົ້າກັບສະຖານປະກອບການ, ຈໍາເປັນຕ້ອງມີ ແຜນການຝຶກປະຕິບັດສະເພາະບຸກຄົນ ແລະ ແຜນໝູນວຽນ. ໃນຂະນະທີ່ ແຜນການຝຶກປະຕິບັດສະເພາະສະໜອງພາບລວມ ກ່ຽວກັບຜົນການຮຽນ ທີ່ນັກຮຽນຕ້ອງໄດ້ເຮັດໃຫ້ບັນລຸຜົນ ພາຍໃນເວລາທີ່ກໍານົດໄວ້, ແຜນໝູນວຽນ ຊີ້ບອກວ່າ ເວລາໃດ ນັກຮຽນ ຈະຖືກມອບໝາຍໃຫ້ໄປເຮັດວຽກຢູ່ຂະແໜງໃດ ເພື່ອໃຫ້ໄດ້ຮັບຄວາມຮູ້ ແລະ ທັກສະ ດ້ານພາກປະຕິບັດທີ່ກ່ຽວຂ້ອງ. ແຜນຝຶກປະຕິບັດ ຢູ່ສະຖານປະກອບການ ແມ່ນອົງປະກອບ ແລະ ເງື່ອນໄຂທີ່ສໍາຄັນ ຂອງສັນຍາ ອສຄ. ແຕ່ລະສະຖານປະກອບການແມ່ນມີອິດສະຫຼະ ໃນການກໍານົດຕາຕະລາງເວລາ ແລະ ສະພາບເງື່ອນໄຂ ຂອງ ແຜນຝຶກປະຕິບັດ ຢູ່ສະຖານປະກອບການ ແລະ ແຜນໝູນວຽນ. ຕົວຢ່າງ ສໍາລັບ ແຜນຝຶກປະຕິບັດຢູ່ສະຖານປະກອບການສະເພາະ ແລະ ແຜນໝູນ ວຽນ ສາມາດ ເບິ່ງ ແລະ ດາວໂຫຼດ ໄດ້ຢູ່ບ່ອນນີ້: ທີ່ນີ້.

ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ເພື່ອວາງພື້ນຖານສໍາລັບການເປັນຄູ່ຮ່ວມງານ ລະຫວ່າງ ສະຖານອາຊີວະສຶກສາ ແລະ ສະຖານປະກອບການ, ຕ້ອງໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈ” (MoU) ໂດຍທັງສອງຝ່າຍ. ບົດບັນທຶກຄວາມເຂົ້າໃຈ ກໍານົດຈຸດປະສົງ ຂອງການເປັນຄູ່ຮ່ວມງານ, ເຊິ່ງກໍ່ຄື ການຈັດຕັ້ງ ແລະ ການປະຕິບັດ ອສຄ ຮ່ວມກັນ, ພ້ອມທັງ ຄວາມຮັບຜິດຊອບ ແລະ ໜ້າທີ່ ຫຼັກ ຂອງແຕ່ລະຝ່າຍ. ຮ່າງສໍາລັບ ບົດບັນທຶກຄວາມເຂົ້າໃຈ ສາມາດ ເບິ່ງ ແລະ ດາວໂຫຼດ ໄດ້ຢູ່ບ່ອນນີ້: ທີ່ນີ້.

ການຄັດເລືອກນັກຮຽນ

ໃນປະຈຸບັນ, ນັກຮຽນ ອສຄ ເກືອບທັງໝົດ ທໍາອິດແມ່ນເຂົ້າຮຽນ ຢູ່ສະຖານອາຊີວະສຶກສາກ່ອນ. ຫຼັງຈາກເຂົ້າຮຽນແລ້ວ, ນັກຮຽນ ຈຶ່ງຕັດສິນໃຈວ່າ ຈະໄປຝຶກປະຕິບັດຢູ່ສະຖານປະກອບການໃດ ໂດຍອີງໃສ່ ຄວາມສົນໃຈສ່ວນຕົວ ແລະ ທິດທາງຂອງອາຊີບ. ເພື່ອເຮັດໃຫ້ ຄວາມສົນໃຈຂອງນັກຮຽນ ແລະ ເງື່ອນໄຂຄວາມຕ້ອງການຂອງສະຖານປະກອບການ ສອດຄ່ອງກັນ, ສະຖານອາຊີວະສຶກສາ ຈັດຕັ້ງ ແລະ ອໍານວຍຄວາມສະດວກ ການຄັດເລືອກ. ຢູ່ໃນການສໍາພາດ, ນັກຮຽນ ນໍາສະເໜີຕົນເອງ ຕໍ່ສະຖານປະກອບການທີ່ກ່ຽວຂ້ອງ ເຊິ່ງຫຼັງຈາກນັ້ນຈະເລືອກ ເອົານັກຮຽນທີ່ເໝາະສົມທີ່ສຸດ.