ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

ໃນຖານະທີ່ເປັນອົງກອນສະມາຊິກພາກທຸລະກິດ, ພວກເຮົາເຂົ້າໃຈວ່າການເຕົ້າໂຮມຊຸມຊົນພາກທຸລະກິດ ໂດຍຜ່ານຂະບວນການ ແລະ ການຈັດງານພິທີຕ່າງໆ ເຊິ່ງແມ່ນການບໍລິການຫຼັກສຳລັບສະມາຊິກຂອງພວກເຮົາ. ສະນັ້ນ, ສູນບໍລິການ DCT ຂອງພວກເຮົາ ຈິ່ງໄດ້ມີການອຳນວຍຄວາມສະດວກຮ່ວມກັບເຄືອຂ່າຍຕ່າງໆເປັນປະຈຳ ເພື່ອການແລກປ່ຽນປະສົບການ ແລະ ການຖອດຖອນບົດຮຽນທີ່ດີທີ່ສຸດ ຮ່ວມກັບບັນດາຜູ້ຮ່ວມຈັດຕັ້ງປະຕິບັດ DCT ແລະ ຜູ້ປະກອບການທີ່ເຂົ້າມາໃໝ່.

ກິດຈະກຳຕ່າງໆແມ່ນໄດ້ສຸມໃສ່ການສົ່ງເສີມ ແລະ ການຍ້ອງຍໍຊົມເຊີຍ ຜູ້ທີ່ໃຫ້ການສະໜັບສະໜູນ ແລະ ບັນດາສະຖານປະກອບການທີ່ເປັນຄູ່ຮ່ວມງານຂອງ DCT ທັງໃນລະດັບແຂວງ ແລະ ລະດັບຊາດ, ກອງປະຊຸມສຳມະນາ ແລະ ການໂຄສະນາຢ່າງເປັນປະຈຳ ແມ່ນຈະໄດ້ຈັດຂື້ນຮ່ວມກັບບັນດາສະຖານປະກອບການທີ່ໄດ້ມອບໝາຍ ຫຼື ແບ່ງປັນພື້ນທີ່, LNCCI ຈະສົ່ງເສີມສະຖານປະກອບການທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ DCT ໂດຍການສົ່ງເສີມໃຫ້ພວກເຂົາເປັນຜູ້ຕາງໜ້າພາກທຸລະກິດຂອງສປປລາວ ເພື່ອໃຫ້ພວກເຂົາມີສ່ວນຮ່ວມເປັນຜູ້ບັນລະຍາຍ ຫຼື ຄະນະເພື່ອການແລກປ່ຽນຄວາມຄິດເຫັນ ໃນລະດັບພາກພື້ນ (ເຊັ່ນ: ອາຊຽນ) ແລະ ລະດັບສາກົນ.

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”