ການສະໜອງປ່ອງບໍລິການ ປະຕູດຽວ

ສູນບໍລິການ DCT ຈະສະໜອງການບໍລິການໃຫ້ທ່ານ ດ້ານຂໍ້ມູນຂ່າວສານ ແລະ ເຄື່ອງມືທີ່ຈຳເປັນ ເພື່ອສ້າງຄວາມເຂົ້າໃຈ ແລະ ການເຂົ້າມາມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ DCT ຂອງສະຖານປະກອບການ. ໂດຍຈະແມ່ນພະນັກງານຜູ້ທີ່ຮັບຜິດຊອບປ່ອງບໍລິການແບບປະຕູດຽວ (DCT Help Desks) ຢູ່ທີ່ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ເຫຼົ່ານີ້ແມ່ນພາບລວມການບໍລິການຂອງພວກເຮົາ:

  • ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ວິທີການ ເຂົ້າມາມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານ DCT
  • ສະໜັບສະໜູນ ກ່ຽວກັບການປະເມີນ/ການສອບເສັງພາກປະຕິບັດ, ໃຫ້ຄຳແນະນຳ ແລະ ການກະກຽມ ໃນການຈັດຕັ້ງປະຕິບັດວຽກງານ DCT.
  • ກຳນົດຫຼັກສູດ ການຮຽນ-ການສອນໃນຮູບແບບ DCT ທີ່ມີຄວາມຕ້ອງການ ແລະ ເໝາະສົມກັບສະຖານປະກອບການ ຮ່ວມກັບ ສະຖານອາຊີວະສຶກສາໃນພື້ນທີ່
  • ໃຫ້ຄຳແນະນຳ ກ່ຽວກັບການປະຕິບັດຕາມຂະບວນການ ລວມທັງຕາມຂໍ້ກຳນົດສຳລັບການເຂົ້າມາມີສ່ວນຮ່ວມ ແລະ ຂໍ້ຕົກລົງທີ່ເປັນທາງການຂອງ DCT
  • ອຳນວຍຄວາມສະດວກໃນການປະສານງານແລະ ການສ້າງເຄືອຂ່າຍ ລະຫວ່າງ ສະຖານປະກອບການທີ່ໄດ້ຈັດຕັ້ງປະຕິບັດ DCT ແລະ ສະຖານອາຊີວະສຶກສາ
  • ອຳນວຍຄວາມສະດວກໃນການຖອດຖອນບົດຮຽນ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງໃນຂັ້ນແຂວງ ເຊັ່ນ: ສະພາການຄ້າ ແລະ ອຸດສາຫະກຳ ແຂວງ (PCCI), ພະແນກສຶກສາທິການ ແລະ ກິລາແຂວງ (PESS), ສະພາທີ່ປຶກສາອາຊີວະສຶກສາຂັ້ນແຂວງ (PTC), ບັນດາສະມາຄົມ ແລະ ກຸ່ມອາຊີບອື່ນໆ,(TWG) ຜູ້ປະສານງານ.

Contact Persons

Khonesavanh Vannavong

Mr. Khonesavanh Vannavong

Secretary General of CPS CCI
CPS CCI DCT SC Help Desk Operator
Khuansanith Souksavathday

Ms. Khuansanith Souksavathday

Technical Staff of LPB CCI
LPB CCI DCT SC Help Desk Operator
Soukphousone Sansarlee

Mr. Soukphousone Sansarlee

Technical Staff of BEA
DCT SC Help Desk Operator
Linthong Saysongkham

Mr. Linthong Saysongkham

Head of administration of VTP CCI
VTP CCI DCT SC Help Desk Operator

ການດາວໂຫຼດ

  • ໜັງສືສັນຍາ

DCT Contract (trainee-employer) Template

(3.07 KB)
Students at job fair
  • ຄຳແນະນຳ ແລະ ຄູ່ມື

ຄຳແນະນຳ ແຜນການຝຶກສ່ວນບຸກຄົນ

(3.07 KB)
Three LTVC food & beverage students studying in the class room
  • ໜັງສືສັນຍາ

ແບບຮ່າງ ບົດບັນທຶກຄວາມເຂົ້າໃຈ

(3.07 KB)
Business owners at the DCT job fair in Vientiane

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”