ການຝຶກອົບຮົມ

ສຳລັບສະຖານປະກອບການຜູ້ທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ DCT, ເຊິ່ງທ່ານຕ້ອງການພະນັກງານຜູ້ທີ່ມີຄຸນວຸດທິ ທີ່ສາມາດເບິ່ງແຍງນັກຮຽນ ແລະ ໃຫ້ການແນະນຳທີ່ເໝາະສົມ. ພວກເຮົາຈະສະໜັບສະໜູນພະນັກງານຂອງທ່ານດ້ວຍການຝຶກອົບຮົມດ້ານເຕັກນິກທີ່ມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕໍ່ໄປ ເພື່ອໃຫ້ສະຖານປະກອບການຂອງທ່ານໄດ້ຮັບຜົນປະໂຫຍດຈາກການຈັດຕັ້ງປະຕິບັດ DCT ດ້ວຍວິທີທີ່ມີປະສິດທິຜົນສູງສຸດ:

  • ການແນະນຳ ກ່ຽວກັບຮູບແບບໃນການຈັດຕັ້ງປະຕິບັດ DCT ເພື່ອໃຫ້ເຂົ້າໃຈລັກສະນະຕົ້ນຕໍ, ລວມທັງຂໍ້ ກຳນົດທາງດ້ານກົດໝາຍທີ່ກ່ຽວຂ້ອງ ແລະ ຈຳເປັນ.
  • ການປະເມີນຄວາມຕ້ອງການ ເພື່ອວິເຄາະໜ້າວຽກ ແລະ ກຳນົດຄວາມຕ້ອງການດ້ານການຈັດການຮຽນ-ການສອນ
  • ການວາງແຜນໃນການຈັດຕັ້ງປະຕິບັດ DCT ສຳລັບວິທີການກະກຽມ ແລະ ການປະຕິບັດ DCT
  • ການປະເມີນ ການຈັດຝຶກອົບຮົມ ໃນການນຳພາ ແລະ ເຂົ້າມາມີສ່ວນຮ່ວມ ເພື່ອທົບທວນຄືນໃນການຈັດຕັ້ງປະຕິບັດ DCT ຂອງສະຖານປະກອບການ ແລະ ນັກຮຽນ ເພື່ອປະເມີນຄວາມຕ້ອງການໃນການຝຶກອົບຮົມໃນອະນາຄົດ.

ການຝຶກອົບຮົມດັ່ງທີ່ໄດ້ກ່າວມາແມ່ນ ອີງໃສ່ມາດຕະຖານລະດັບພາກພື້ນ ສຳລັບຄູຝຶກພາຍໃນສະຖານປະກອບການໃນບັນດາປະເທດສະມາຊິກອາຊຽນ ເຊິ່ງໄດ້ຮັບການຍອມຮັບຢ່າງເປັນທາງການຈາກປະເທດສະມາຊິກອາຊຽນແລ້ວ.

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”