ບໍລິການໂຮງແຮມ

ກ່ຽວກັບຫຼັກສູດການຮຽນ

ນັກຮຽນຈະໄດ້ຮຽນຮູ້ກ່ຽວກັບວຽກໂຮງແຮມ ແລະ ອຸດສາຫະກໍາການທ່ອງທ່ຽວ - ໂດຍລົງເລິກກ່ຽວກັບວຽກງານດ້ານທໍາຄວາມສະອາດ ແລະ ການບໍລິການຕ້ອນຮັບ ແລະ ພ້ອມທັງ ການຈັດງານລ້ຽງ ແລະ ການປະພຶດແບບມືອາຊີບ ແລະ ພາກປະຕິບັດດ້ານອຸດສາຫະກໍາທີ່ດີ.

ໃນລະຫວ່າງການຮຽນ ແມ່ນຈະສຸມໃສ່ ການຝຶກປະຕິບັດຢູ່ໃນໂຮງແຮມ ທີ່ນັກຮຽນໄດ້ຮັບການຝຶກສອນກ່ຽວກັບການບໍລິການທໍາຄວາມສະອາດ, ການບໍລິການຕ້ອນຮັບ, ການສັ່ງຈອງຫ້ອງພັກ ແລະ ການຈັດງານລ້ຽງ.

ບກຄະລິກທີ່ ມັກເຂົ້າສັງຄົມ ແລະ ມີຄວາມປາດຖະໜາ ຢາກຕິດຕໍ່ພົວພັນໂດຍກົງກັບແຂກ ແມ່ນສິ່ງສໍາຄັນສໍາລັບຫຼັກສູດດັ່ງກ່າວນີ້.

Play Video
  • ຫຼັກສູດຮຽນ ອສຄ

ການແນະນຳຫຼັກສູດການຮຽນ-ການສອນແບບ ອສຄ ສາຂາ ບໍລິການອາຫານ ແລະ ເຄື່ອງດື່ມ ແລະ ການປຸງແຕ່ງອາຫານ ແບບມືອາຊີບ

ໝວດສາຍອາຊີບ

ນັກຮຽນທີ່ຮຽນຈົບຫຼັກສູດນີ້ ສ່ວນຫຼາຍຈະເຂົ້າເຮັດວຽກໃນຕໍາແໜ່ງຕ່າງໆ ຢູ່ໃນໂຮງແຮມ.

ຕໍາແໜ່ງວຽກອາດຈະປະກອບມີດັ່ງນີ້:

  • ເຮັດວຽກຢູ່ພະແນກຮັກສາຄວາມສະອາດຂອງໂຮງແຮມ ເປັນຜູ້ດູແລຫ້ອງພັກ, ຜູ້ຊີ້ນໍາວຽກງານໃນແຕ່ລະຊັ້ນ, ຜູ້ຊີ້ນໍາວຽກງານທໍາຄວາມສະອາດ, ຜູ້ຊີ້ນໍາວຽກງານຊັກລີດ.
  • ເຮັດວຽກຢູ່ພະແນກຕ້ອນຮັບຂອງໂຮງແຮມ ເປັນ ພະນັກງານຕ້ອນຮັບ, ພະນັກງານອໍານວຍຄວາມສະດວກ, ຜູ້ຈັດການດ້ານປະຊາສໍາພັນກັບແຂກ.
  • ເຮັດວຽກເປັນພະນັກງານຮັບການຈອງຫ້ອງພັກ
  • ເຮັດວຽກກ່ຽວກັບການຈັດງານລ້ຽງ
  • ເປີດທຸລະກິດບໍລິການໂຮງແຮມ ແລະ ການທ່ອງທ່ຽວຂະໜາດນ້ອຍ

ໜ້າທີ່ຕົ້ນຕໍ

ບົດປະກອບຄຳເຫັນ

ວິລະໄຊ ຊາຍມົນຕີ, ນັກຮຽນ ອາຍຸ (19):

“DCT ບໍ່ພຽງແຕ່ຊ່ວຍຂ້າພະເຈົ້ານຳໃຊ້ຄວາມຮູ້ພາກທິດສະດີ ແລະ ຄວາມຮູ້ພື້ນຖານທີ່ໄດ້ຮຽນຢູ່ວິທະຍາໄລເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຝຶກທັກສະໃນການເຮັດວຽກຕົວຈິງນຳອີກ. ຂ້າພະເຈົ້າບໍ່ເຄິຍຮູ້ມາກ່ອນເລີຍ ວ່າຕ້ອງໄດ້ເອົາໃຈໃສ່ຫຼາຍປານໃດໃນການເຮັດວຽກຢູ່ໂຮງແຮມ.”

ສຸທິນ ສຸລີຍາ, ນັກຮຽນ ອາຍຸ (21):

"ນອກຈາກການໄດ້ຄວາມຮູ້ ແລະ ທັກສະໃນພາກປະຕິບັດຢູ່ວິທະຍາໄລ ແລະ ຮ້ານອາຫານແລ້ວ, ຂ້າພະເຈົ້າຍັງໄດ້ປະສົບການໃນການເຮັດວຽກ ແລະ ມີລາຍໄດ້ ໃນລະຫວ່າງການຝຶກແອບປະຕິບັດຢູ່ຮ້ານອາຫານອີກ."

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”

ການດາວໂຫຼດ

DCT Contract (trainee-employer) Template

(3.07 KB)
Students at job fair

ສະຖານທີ່ຮຽນ

ຫຼັກສູດ ບໍລິການໂຮງແຮມ ແບບ ອສຄ ແມ່ນສອນຢູ່ທີ່ ວິທະຍາໄລເຕັກນິກ ທີ່ຢູ່ໃນແຜນທີ່ດ້ານລຸ່ມນີ້. ຄຼິກໃສ່ສະຖານທີ່ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ຂ່າວ ແລະ ສື່ມວນຊົນ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events