ຊ່າງລົດຍົນ

ກ່ຽວກັບຫຼັກສູດການຮຽນ

ນັກຮຽນຈະຮຽນ ຄວາມຮູ້ດ້ານ ທິດສະດີ ແລະ ພາກປະຕິບັດກ່ຽວກັບລົດຍົນ, ເຊິ່ງກວມເອົາ ມາດຕະຖານດ້ານການບໍາລຸງຮັກສາ, ການປະພຶດແບບມືອາຊີບ ແລະ ພາກປະຕິບັດຕົວຈິງດ້ານອຸດສາຫະກໍາທີ່ດີທີ່ສຸດ. ຫຼັກສູດການຮຽນດັ່ງກ່າວນີ້ ແມ່ນເນັ້ນໃສ່ການການຝຶກປະຕິບັດຢູ່ສະຖານປະກອບການ.

ນັກຮຽນຈະໄດ້ຮັບການຝຶກສອນກ່ຽວກັບການບໍລິການສ້ອມແປງລົດຍົນລະດັບພື້ນຖານ ແລະ ລະດັບກາງ ຢູ່ສະຖານປະກອບການດ້ານລົດຍົນ. ພວກເຂົາຈະໄດ້ຮຽນຮູ້ກ່ຽວກັບການສ້ອມແປງລົດຍົນ, ນໍາໃຊ້ອຸປະກອນກວດກາລົດຍົນ ແລະ ບໍລິການສ້ອມແປງລົດຍົນ ດ້ວຍເຄື່ອງຈັກລະບົບເຜົາໄໝ້ ແລະ ລະບົບໄຟຟ້າ. ການຝຶກປະຕິບັດປະກອບດ້ວຍ ການບໍາລຸງຮັກສາ, ບໍລິການດັດແປງ ແລະ ແຕ່ງລົດ ແລະ ການກວດກາອຸປະກອນ ແລະ ລະບົບ.

ໝວດສາຍອາຊີບ

ຜູ້ຮຽນຈົບຫຼັກສູດນີ້ ສ່ວນຫຼາຍແມ່ນຈະເຂົ້າເຮັດວຽກຢູ່ຮ້ານສ້ອມແປງ ລົດຍົນ/ລົດຈັກ ຫຼື ດໍາເນີນທຸລະກິດຂະໜາດນ້ອຍຂອງຕົນເອງ.

ຕໍາແໜ່ງວຽກອາດຈະປະກອບມີດັ່ງນີ້:

  • ເຮັດວຽກເປັນຊ່າງ ຢູ່ສູນບໍລິການລົດຍົນ.
  • ເຮັດວຽກເປັນຊ້າງ ຢູ່ຮ້ານສ້ອມແປງລົດ
  • ເຮັດວຽກເປັນຜູ້ຊ່ວຍຜູ້ຈັດການ ຢູ່ສູນບໍລິການລົດຍົນ
  • ເປີດຮ້ານສ້ອມແປງລົດຍົນ ຂະໜາດນ້ອຍ

ໜ້າທີ່ຕົ້ນຕໍ

ການດາວໂຫຼດ

DCT Contract (trainee-employer) Template

(3.07 KB)
Students at job fair

ສະຖານທີ່ຮຽນ

ຫຼັກສູດສ້ອມແປງລົດຍົນ ແມ່ນສອນຢູ່ທີ່ ວິທະຍາໄລເຕັກນິກ ທີ່ຢູ່ໃນແຜນທີ່ດ້ານລຸ່ມນີ້. ຄຼິກໃສ່ສະຖານທີ່ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ຂ່າວ ແລະ ສື່ມວນຊົນ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄູ່ຮ່ວມງານດ້ານລົດຍົນ