ການຢັ້ງຢືນ

ການຢັ້ງຢືນ ນຳເອົາຜົນປະໂຫຍດ ແລະ ການຍອມຮັບເພີ່ມເຕີມ ໃຫ້ກັບສະຖານປະກອບການຂອງທ່ານ. ຜົນປະໂຫຍດທີ່ຈະໄດ້ຮັບ ແມ່ນນັບຕັ້ງແຕ່ ການຫຼຸດຄ່າເຂົ້າຮ່ວມຝຶກອົບຮົມທີ່ຈັດໂດຍ LNCCI ແລະ ການມີສ່ວນຮ່ວມໃນວາລະ ຫຼື ງານສຳຄັນລະດັບສູງ ແລະ ການເຂົ້າຮ່ວມສົນທະນາເພື່ອປຶກສາຫາລືຢ່າງເປັນທາງການກັບພາກລັດຖະບານ.

LNCCI ຈະອອກໃບຢັ້ງຢືນ ເພື່ອການຮັບຮອງຄວາມສຳເລັດໃຫ້ແກ່ ຜູ້ທີ່ສຳເລັດການຝຶກປະຕິບັດທີ່ສະຖານປະກອບການ ແລະ ພະນັກງານຂອງສະຖານປະກອບການຜູ້ທີ່ສຳເລັດການຝຶກອົບຮົມ ໂດຍຈະອອກໃບຢັ້ງຢືນດັ່ງຕໍ່ໄປນີ້:

  • “ຄູຝຶກທີ່ໄດ້ຮັບການຮັບຮອງ DCT” ສຳລັບຜູ້ທີ່ໄດ້ສຳເລັດຊຸດຝຶກອົບຮົມ “ການວາງແຜນເພື່ອການຈັດຕັ້ງປະຕິບັດ DCT”.
  • “ຜູ້ປະເມີນຜົນທີ່ໄດ້ຮັບການຮັບຮອງ DCT” ສຳລັບຜູ້ທີ່ໄດ້ສຳເລັດການຝຶກອົບຮົມ “ການປະເມີນ/ການຈັດການສອບເສັງ”.

ຜົນປະໂຫຍດ

ຄູຝຶກທີ່ໄດ້ຮັບການຮັບຮອງ DCT:

  • ມີບຸກຄະລາກອນທີ່ມີຄຸນວຸດທິ ໃນສະຖານປະກອບການຂອງທ່ານ ໃຫ້ການແນະນຳ/ຖ່າຍທອດຄວາມຮູ້ທີ່ມີປະສິດທິພາບ ໃນດ້ານການຄຸ້ມຄອງ ແລະ ປະສານງານ ການຈັດຕັ້ງປະຕິບັດ DCT ກັບສະຖານອາຊີວະສຶກສາ.
  • ມີໂມດູນໃນການຝຶກອົບຮົມທີ່ສາມາດປັບປ່ຽນໃຫ້ສອດຄ່ອງກັບສະພາບການ ແລະ ຊ່ວຍໃຫ້ຄູຝຶກຂອງສະຖານປະກອບສາມາດນຳໃຊ້ຄວາມຮູ້ຂອງເຂົາເຈົ້າເຂົ້າໃນການປະຕິບັດ ແລະ ການພັດທະນາພະນັກງານຜູ້ອື່ນໆຂອງສະຖານປະກອບການຂອງທ່ານ ໂດຍສະເພາະໃນຂົງເຂດດ້ານເຕັກນິກວິຊາການທີ່ກ່ຽວຂ້ອງ.
  • ໃບຢັ້ງຢືນທີ່ໄດ້ຮັບການຍອມຮັບ ໃນທົ່ວປະເທດ ໂດຍພາກທຸລະກິດໃນທ້ອງຖິ່ນທັງໝົດ.

ຜູ້ປະເມີນຜົນ/ຜູ້ດຳເນີນການສອບເສັງ ທີ່ໄດ້ຮັບການຮັບຮອງ DCT:

  • ມີບຸກຄະລາກອນທີ່ມີຄຸນວຸດທິ ໃນການດຳເນີນການປະເມີນດ້ານທັກສະ ສຳລັບພະນັກງານຜູ້ອື່ນໆ.
  • ມີຂະບວນການປະເມີນຜົນພາຍໃນຢ່າງເປັນປົກກະຕິ ໂດຍ ສາມາດນຳໃຊ້ເຂົ້າໃນການພັດທະນາບຸກຄະລາກອນ ແລະ ການປະກັນຄຸນນະພາບ.

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”