ການບໍລິການ

ຫົກ (6) ການບໍລິການຫຼັກຂອງ ສູນບໍລິການ ອາຊີວະສຶກສາແບບຄວບຄູ່

ເພື່ອໃຫ້ບັນລຸຜົນຢ່າງດີທີ່ສຸດໃນການດຳເນີນທຸລະກິດຂອງທ່ານ, ອາຊີວະສຶກສາແບບຄວບຄູ່ (DCT) ຈິ່ງຮຽກຮ້ອງໃຫ້ມີການເຂົ້າຮ່ວມຢ່າງຫ້າວຫັນຂອງສະຖານປະກອບການຂອງທ່ານໃນການວາງແຜນ ແລະ ການຈັດຕັ້ງປະຕິບັດການຝຶກອົບຮົມ/ການຮຽນ-ການສອນ. ສູນບໍລິການ DCT ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຈະສະໜອງການບໍລິການທີ່ຫຼາກຫຼາຍ ເພື່ອສະໜັບສະໜູນ ໃຫ້ສະຖານປະກອບການທີ່ເປັນຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ DCT ໃຫ້ເກີດມີປະສິດທິຜົນສູງສຸດ. ເຊິ່ງລວມມີ ການຝຶກອົບຮົມໃຫ້ແກ່ພະນັກງານ, ການປະສານງານກັບວິທະຍາໄລ/ໂຮງຮຽນເຕັກນິກວິຊາຊີບ, ແລະ ລາງວັນໃຫ້ແກ່ ສະຖານປະກອບການທີ່ໄດ້ຮັບການຮັບຮອງການຈັດຕັ້ງປະຕິບັດ DCT. ພາບລວມໃນການໃຫ້ບໍລິການທັງໝົດ ສາມາດເບິ່ງໄດ້ຂ້າງລຸ່ມນີ້.

ການສະໜອງປ່ອງບໍລິການ ປະຕູດຽວ

ປອງບໍລິການແບບປະຕູດຽວຈະຈັດຕັ້ງຂຶ້ນ ເພື່ອສະໜອງຂໍ້ມູນຂ່າວສານ ແລະ ໃຫ້ຄຳປຶກສາ ໃນການເຂົ້້າມາມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ DCT ທີ່ມີໃນນະຄອນຫຼວງວຽງຈັນ, ແຂວງຈຳປາສັກ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ.

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

ການອຳນວຍຄວາມສະດວກຢ່າງເປັນປົກກະຕິໃນການສ້າງເຄືອຂ່າຍ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນໃນການປະຕິບັດທີ່ດີທີ່ສຸດ ໃນບັນດາສະຖານປະກອບການຜູ້ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວ ແລະ ຜູ້ທີ່ເຂົ້າມາໃໝ່.

ການຝຶກອົບຮົມ

ສະໜອງການຝຶກອົບຮົມດ້ານເຕັກນິກໃນການຈັດຕັ້ງປະຕິບັດທີ່ທັນສະໄໝສຳລັບພະນັກງານຂອງສະຖານປະກອບການ.

ການສົນທະນາ ແລະ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ

ຜ່ານການສົນທະນາ ແລະ ການປຶກສາຫາລື, LNCCI ແລກປ່ຽນຂໍ້ມູນ ແລະ ແນວທາງໃນການຈັດຕັ້ງປະຕິບັດທີ່ສຳຄັນ ຮ່ວມກັບ ລັດຖະບານ ກ່ຽວກັບວຽກງານອາຊີວະສຶກສາ ເວົ້າລວມ ແລະ ເວົ້າສະເພາະແມ່ນ ກ່ຽວກັບສະພາບແວດລ້ອມໃນການຈັດຕັ້ງປະຕິບັດຮູບແບບການຮຽນ-ການສອນ DCT.

ການຢັ້ງຢືນ

LNCCI ອອກໃບຢັ້ງຢືນເພື່ອການຮັບຮອງຄວາມສຳເລັດໃຫ້ແກ່ ຜູ້ທີ່ສຳເລັດການຝຶກປະຕິບັດທີ່ສະຖານປະກອບການ ແລະ ພະນັກງານຂອງສະຖານປະກອບການຜູ້ທີ່ສຳເລັດການຝຶກອົບຮົມ.

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

ການອຳນວຍຄວາມສະດວກຢ່າງເປັນປົກກະຕິໃນການສ້າງເຄືອຂ່າຍ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນໃນການປະຕິບັດທີ່ດີທີ່ສຸດ ໃນບັນດາສະຖານປະກອບການຜູ້ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວ ແລະ ຜູ້ທີ່ເຂົ້າມາໃໝ່.

ການສົນທະນາ ແລະ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ

ຜ່ານການສົນທະນາ ແລະ ການປຶກສາຫາລື, LNCCI ແລກປ່ຽນຂໍ້ມູນ ແລະ ແນວທາງໃນການຈັດຕັ້ງປະຕິບັດທີ່ສຳຄັນ ຮ່ວມກັບ ລັດຖະບານ ກ່ຽວກັບວຽກງານອາຊີວະສຶກສາ ເວົ້າລວມ ແລະ ເວົ້າສະເພາະແມ່ນ ກ່ຽວກັບສະພາບແວດລ້ອມໃນການຈັດຕັ້ງປະຕິບັດຮູບແບບການຮຽນ-ການສອນ DCT.

ການໂຄສະນາ ແລະ ການຍ້ອງຍໍ

ການຍອມຮັບ ແລະ ມອບລາງວັນ ສຳລັບຄວາມເອົາໃຈໃສ່ທີ່ດີເດັ່ນ ແລະ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ DCT ຂອງສະຖານປະກອບການ ແລະ ອົງການຈັດຕັງທີ່ເປັນຄູ່ຮ່ວມງານ/ບຸກຄົນ.