ກາໝາຍ ຂອງ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຈໍາປະສັກ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຈໍາປະສັກ (CTC)

Champasack Technical College logo

ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ ສ້າງຕັ້ງຂຶ້ນໃນປີ 1981 ແລະ ກໍ່ແມ່ນວິທະຍາໄລເຕັກນິກວິຊາຊີບຂອງລັດ ທີ່ໃຫຍ່ທີ່ສຸດຢູ່ພາກໃຕ້ຂອງ ລາວ. ວິທະຍາໄລດັ່ງກ່າວປະກອບດ້ວຍ 2 ວິທະຍາເຂດ, ວິທະຍາເຂດແຫ່ງໜຶ່ງ ແມ່ນຕັ້ງຢູ່ໃນຕົວເມືອງ ແລະ ວິທະຍາເຂດອີກແຫ່ງໜຶ່ງ ແມ່ນຕັ້ງຢູ່ໄກຈາກຕົວເມືອງ 9 ກິໂລແມັດ.

ວິທະຍາເຂດທັງສອງແຫ່ງ ສະໜອງຫຼັກສູດການຮຽນຫຼາຍສາຂາ, ເຊິ່ງປະກອບດ້ວຍບັນດາສາຂາທີ່ໄດ້ຮັບຄວາມນິຍົມ ໃນຂະແໜງ ລົດຍົນ ແລະ ໄຟຟ້າ. ວິທະຍາໄລ ຍັງສະໜອງຄໍາແນະນໍາດ້ານອາຊີບ ໃຫ້ແກ່ຜູ່ນັກຮຽນຫຼາຍກວ່າ 3,000ຄົນ ເພື່ອຊ່ວຍສົ່ງເສີມໂອກາດໃນການມີວຽກເຮັດງານທໍາ ຫຼັງຈາກຮຽນຈົບ. ດ້ວຍການນໍາສະເໜີ ກ່ຽວກັບ ອາຊີວະສຶກສາແບບຄວບຄູ່ (ອສຄ), ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ ກັບສະຖານປະກອບການ ຫຼາຍກວ່າ 70 ແຫ່ງ ແລະ ຮັບປະກັນໃນການມີບ່ອນລົງຝຶກຫັດໃຫ້ນັກຮຽນ ຫຼາຍກວ່າ 50 ບ່ອນ. ການເປັນຄູ່ຮ່ວມງານດັ່ງກ່າວນີ້ ເຮັດໃຫ້ພວກເຮົາສາມາດສ້າງຄວາມເຂັ້ມແຂງດ້ານທັກສະ ໃຫ້ແກ່ນັກຮຽນວິຊາຊີບ ແລະ ພະນັກງານ ຂອງພວກເຮົາ ໂດຍຜ່ານການແລກປ່ຽນດ້ານການຮຽນຮູ້ ແລະ ການເຮັດພາກປະຕິບັດຕົວຈິງ.

ວິທະຍາໄລ ແມ່ນເປີດປະຕູຕ້ອນຮັບ ເພື່ອຂະຫຍາຍຄວາມສາມາດຂອງພວກເຂົາ ໂດຍຜ່ານການຄົ້ນຄວ້າ ຢ່າງຕໍ່ເນື່ອງ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ແລະ ພາກອຸດສາຫະກໍາ ເພື່ອຮັບປະກັນວ່າ ວິທະຍາໄລ ມີຄວາມສອດຄ່ອງກັບແນວໂນ້ມຂອງຕະຫຼາດ.

ວິໄສທັດ ຂອງວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ ແມ່ນເຮັດໃຫ້ກາຍເປັນສະຖານອາຊີວະສຶກສາທີ່ມີນະວັດຕະກໍາແບບມີລະບຽບວິໄນ ແລະ ເໜືອກວ່າການເປັນມືອາຊີບ. ພາລະກິດທີ່ສໍາຄັນ ຂອງພວກເຂົາ ແມ່ນພະຍາຍາມເຮັດໃຫ້ເປັນວິທະຍາໄລເຕັກນິກວິຊາຊີບທີ່ທັນສະໄໝ ໂດຍມີການນໍາໃຊ້ລະບົບ ດິຈິຕ້ອນ ເຂົ້າໃນການສອນ ແລະ ການຮຽນ; ການພັດທະນາ ຄວາມຮູ້ ແລະ ທັກສະດ້ານວິຊາຊີບ ໃຫ້ແກ່ນັກຮຽນຂອງພວກເຂົາ; ການນໍາໃຊ້ວິທີການສິດສອນໂດຍສອດຄ່ອງກັບມາດຕະຖານດ້ານຄຸນນະພາບຂອງອາຊີວະສຶກສາ ແລະ ມາດຕະຖານສາກົນ; ພັດທະນາເຄືອຂ່າຍການຮ່ວມມື ດ້ານການຮຽນການສອນ ອາຊີວະສຶກສາ ຢ່າງຕໍ່ເນື່ອງ ແລະ ຍືນຍົງ. ບັນດາຄຸນຄ່າທີ່ສໍາຄັນ ຂອງວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈໍາປາສັກ ແມ່ນການສ້າງສະພາບແວດລ້ອມການຮຽນ ທີ່ມີຄວາມປອດໄພ ແລະ ເປັນສີຂຽວ; ສະໜອງປະສົບການດ້ານການຮຽນຮູ້ທີ່ກວ້າງຂວາງໃຫ້ແກ່ນັກຮຽນ ເພື່ອໃຫ້ພວກເຂົາກາຍເປັນຜູ້ກໍ່ຕັ້ງທຸລະກິດແບບມືອາຊີບ ຕາມການຕັດສິນໃຈຂອງພວກເຂົາ; ສຸມໃສ່ຄຸນນະພາບ ແລະ ລະບຽບວິໄນ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລ ເຕັກນິກ ວິຊາຊີບແຂວງຈໍາປາສັກ. ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄັງຮູບພາບ