ກາໝາຍ ຂອງ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ (KMTVC)

Khammouane Technical Vocational College logo

ວິທະຍາໄລ ເຕັກນິກ ວິຊາຊີບແຂວງຄໍາມ່ວນ ສ້າງຕັ້ງຂຶ້ນໃນປີ 1965 ແລະ ໃນເບື້ອງໃສ່ຊື່ວ່າ “ໂຮງຮຽນວິຊາຊີບ ຊົນນະບົດ”. ວິທະຍາໄລດັ່ງກ່າວຕັ້ງຢູ່ ບ້ານດອນເຄື່ອນຊ້າງ, ເມືອງທ່າແຂກ, ແຂວງຄໍາມ່ວນ ແລະ ໃນເບື້ອງຕົ້ນ ສະໜອງການຝຶກອົບຮົມ ພຽງແຕ່ ສອງສາຂາອາຊີບ ຄື: ຊ່າງໄມ້ ແລະ ກໍ່ສ້າງ. ໃນປີ 1975, ໄດ້ເພີ່ມອີກ ສອງສາຂາອາຊີບ ຄື ຕັດຫຍິບ ແລະ ເສດຖະກິດຄອບຄົວ. ໃນເດືອນ ເມສາ ປີ 2013, ວິທະຍາໄລ ເຕັກນິກ ວິຊາຊີບແຂວງຄໍາມ່ວນ ໄດ້ຖືກຍົກລະດັບເປັນວິທະຍາໄລ ແລະ ໃນປີ 2016 ໄດ້ເປີດວິທະຍາເຂດແຫ່ງທີ ສອງ ຢູ່ບ້ານ ດົງກະເສນ, ເມືອງທ່າແຂກ, ແຂວງຄໍາມ່ວນ ເພື່ອຮອງຮັບຈໍານວນນັກຮຽນທີ່ເພີ່ມຂຶ້ນ. ໃນປີ 2017, ໄດ້ສະໜອງຫຼັກສູດປູກຝັງ-ລ້ຽງສັດ ແບບ ອສຄ ໂດຍການສະໜັບສູນຈາກ ໂຄງການ VELA. ໃນປະຈຸບັນ, ວິທະຍາໄລ ເຕັກນິກ ວິຊາຊີບແຂວງຄໍາມ່ວນ ສະໜອງຫຼັກສູດວິຊາຊີບ 14 ສາຂາ ໃຫ້ແກ່ນັກຮຽນ ຫຼາຍກວ່າ ສອງພັນຄົນ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລ ເຕັກນິກ ວິຊາຊີບແຂວງຄໍາມ່ວນ. ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events