ກາໝາຍ ຂອງ ວິທະຍາໄລ ເຕັກນິກ ແຂວງວຽງຈັນ ວິທະຍາໄລ ເຕັກນິກ ແຂວງວຽງຈັນ (VPTC)

Vientiane Province Technical College logo

ວິທະຍາໄລເຕັກນິກ ວິຊາຊີບ ແຂວງວຽງຈັນ ສ້າງຕັ້ງໃນປີ 1986 ໂດຍການລວມ ໂຮງຮຽນກໍ່ສ້າງພະນັກງານລັດ ແລະ ໂຮງຮຽນເຕັກນິກວິຊາຊີບເຂົ້າກັນ. ວິທະຍາໄລດັ່ງກ່າວ ຕັ້ງຢູ່ ເມືອງວຽງຄໍາແຂວງວຽງຈັນ ແລະ ເຄີຍຢູ່ພາຍໃຕ້ການບໍລິຫານ ຂອງ ຫ້ອງວ່າການ ແຂວງວຽງຈັນ. ວິທະຍາໄລດັ່ງກ່າວ ໄດ້ປ່ຽນຊື່ມາເປັນ ໂຮງຮຽນເຕັກນິກ ແຂວງວຽງຈັນ ໃນປີ 1998 ແລະ ໄດ້ສະໜອງ ພຽງແຕ່ 5 ຫຼັກສູດ ໃນລະດັບຊັ້ນກາງ.

ວິທະຍາໄລດັ່ງກ່າວໄດ້ຖືກຍົກລະດັບມາເປັນວິທະຍາໄລ ເຕັກນິກ ໃນປີ 2010 ແລະ ໄດ້ຮັບການຊີ້ນໍາດ້ານວິຊາການ ແລະ ການສະໜັບສະໜູນ ໂດຍກົງຈາກ ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ. ປະຈຸບັນ ວິທະຍາໄລດັ່ງກ່າວໄດ້ເປີດ ວິທະຍາເຂດທີ ສອງ ຢູ່ ເມືອງວັງວຽກ, ເຊິ່ງໄດ້ສະໜອງ ຫຼັກສູດ ບໍລິຫານທຸລະກິດ ແລະ ການໂຮງແຮມ. ມາຮອດປະຈຸບັນ ວິທະຍາໄລດັ່ງກ່າວນີ້ ໄດ້ສະໜອງຫຼັກສູດການຮຽນ ປະມານ 20 ສາຂາອາຊີບ ຫຼື ຫຼັກສູດ ເຊິ່ງກວມເອົາທັງຫຼັກສູດ ແບບ ອສຄ ສອງຫຼັກສູດ ຄື ປູກຝັງ-ລ້ຽງສັດ ແລະ ສ້ອງແປງລົດຍົນ. ວິທະຍາໄລ ມີແຜນຈະສະໜອງຫຼັກສູດ ອສຄ ໃນສາຂາ ກວດກາຄຸນນະພາບ ທ້າຍສາຍ ແລະ ໃນສາຍການຜະລິດຂອງໂຮງງານຕັດຫຍິບ ລະດັບ 3 ອີກ. ວິທະຍາໄລ ໄດ້ຮ່ວມມືກັບ ສະຖານປະກອບການ ແລະ ຟາມ ຫຼາຍກວ່າ 70 ແຫ່ງ ເພື່ອສະໜັບສະໜູນການຝຶກປະຕິບັດຂອງນັກຮຽນ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລເຕັກນິກ ວິຊາຊີບ ແຂວງວຽງຈັນ. ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄັງຮູບພາບ