Sekong Integrated Vocational Technical School

ຂໍມູນ ແນະນຳ - ພາກສະເໜີ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງເຊກອງໄດ້ສ້າງຕັ້ງຂຶ້ນ ແລະ ຈັດຕັ້ງປະຕິບັດວຽກງານຂອງຕົນຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ ໃນປີ 2007 ມີ 9 ສາຂາວິຊາຮຽນຄື: ສາຂາໄຟຟ້າ, ສາຂາສ້ອມແປງລົດຍົນ, ສາຂາສ້ອມແປງທົ່ວໄປ, ສາຂາກໍ່ສ້າງເຄຫາສະຖານ, ສາຂາຊ່າງໄມ້ເຝີນີເຈີ, ສາຂາຕັດຫຍິບ, ສາຂາປຸງແຕ່ງຫາຫານ ແລະ ບໍລິການ, ສາຂາລ້ຽງສັດ ແລະ ສາຂາປູກຝັງ.

ໄດ້ເຊັນບົດບັນທຶກຊ່ວຍຈຳກັບວິສາຫະກິດ ແລະ ສະຖານປະກອບການ ໃນການຝຶກປະຕິບັດຕົວຈິງຂອງນັກສຶກສາມີ 25 ແຫ່ງ. ການຮ່ວມມືເຫຼົ່ານີ້ເຮັດໃຫ້ພວກເຮົາສາມາດເສີມສ້າງທັກສະຂອງນັກຮຽນ ອາຊີວະສຶກສາ ແລະ ບຸກຄະລາກອນຂອງພວກເຮົາໂດຍຜ່ານການແລກປ່ຽນການຮຽນູ້ແລະປະສົບການໄດ້ຫຼາຍດ້ານ.

ພາລະກິດທີ່ສໍາຄັນຂອງພວກເຮົາແມ່ນຄວາມພະຍາຍາມເຮັດໃຫ້ວຽກງານອາຊີວະສຶກສາທີ່ທັນສະໄຫມ ເປັນແຫຼ່ງຮຽນຮູ້ທາງດ້ານອາຊີບ; ພັດທະນາຄວາມຮູ້ ແລະ ທັກສະຂອງນັກຮຽນອາຊີວະສຶກສາ; ນຳໃຊ້ວິທີການສິດສອນຕາມມາດຕະຖານຄຸນນະພາບຂອງອາຊີວະສຶກສາ ແລະ ມາດຕະຖານສາກົນ; ພັດທະນາການຮ່ວມມືດ້ານເຄືອຂ່າຍໃນການສອນ/ຮຽນ ອາຊີວະສຶກສາຢ່າງຕໍ່ເນື່ອງ ແລະ ຍືນຍົງ.ສ້າງສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ສີຂຽວ; ສ້າງໃຫ້ຜູ້ຮຽນມີປະສົບການ-ການຮຽນຮູ້ແບບລວມສໍາລັບພວກເຂົາເພື່ອກາຍເປັນຜູ້ປະກອບການມືອາຊີບທີ່ເຂົາເຈົ້າເລືອກ; ສຸມໃສ່ຄຸນນະ ພາບແລະລະບຽບວິໄນ

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

The map below shows the location of Sekong Integrated Vocational Technical School. Click on the marker to get detailed contact information.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events