ກາໝາຍ ຂອງ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (LGTC)

Lao-German Technical College logo

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ (LGTC) ສ້າງຕັ້ງໃນປີ 1964 ໂດຍເປັນສ່ວນໜຶ່ງ ຂອງການຊ່ວຍເຫຼືອດ້ານການພັດທະນາ ຂອງ ປະເທດເຢຍລະມັນ ຕໍ່ ປະເທດລາວ ໃນເວລານັ້ນ.

ວິໄສທັດ ຂອງ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ແມ່ນເພື່ອໃຫ້ກາຍເປັນວິທະຍາໄລຕົວແບບ ແລະ ນໍາໜ້າ ໃນລາວ ໂດຍການພະຍາຍາມປັບປຸງຄຸນນະພາບ, ບຸກຄະລາກອນ, ສິ່ງອໍານວຍຄວາມສະດວກ ແລະ ອຸປະກອນການຝຶກອົບຮົມຢ່າງຕໍ່ເນື່ອງ ໂດຍຜ່ານການຊີ້ນໍາ ແລະ ສະໜັບສະໜູນ ຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ພ້ອມທັງການຮ່ວມມືກັບຫຼາຍໆ ອົງການຈັດຕັ້ງ ແລະ ບັນດາສະຖານປະກອບການ ເພື່ອຮັບປະກັນເຮັດໃຫ້ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ມີຄວາມສອດຄ່ອງ ກັບແນວໂນ້ມຂອງຕະຫຼາດ. ໃນປະຈຸບັນ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ແມ່ນວິທະຍາໄລອາຊີວະສຶກສາທີ່ໃຫຍ່ທີ່ສຸດຂອງລັດ ຢູ່ພາກກາງຂອງ ລາວ.

ເພື່ອບັນລຸເປົ້າໝາຍດັ່ງກ່າວນີ້, ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນສືບຕໍ່ຄວາມພະຍາຍາມ ໃນການປັບປຸງຄຸນນະພາບ, ບຸກຄະລາກອນ, ສິ່ງອໍານວຍຄວາມສະດວກ ແລະ ອຸປະກອນການຝຶກອົບຮົມຢ່າງຕໍ່ເນື່ອງ ໂດຍຜ່ານການຊີ້ນໍາ ແລະ ສະໜັບສະໜູນ ຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ພ້ອມທັງການຮ່ວມມືກັບຫຼາຍໆ ອົງການຈັດຕັ້ງ ແລະ ບັນດາສະຖານປະກອບການ ເພື່ອຮັບປະກັນເຮັດໃຫ້ ວິທະຍາໄລ ຂອງພວກເຮົາ ມີຄວາມສອດຄ່ອງ ກັບແນວໂນ້ມຂອງຕະຫຼາດ. ວິທະຍາໄລ ສະໜອງຫຼັກສູດໃນຫຼາຍລະດັບ ຕັ້ງແຕ່ “ແຮງງານທີ່ມີທັກສະ” ຈົນຮອດ “ປະກາຊະນີຍະບັດຊັ້ນສູງ” ແລະ ໄດ້ແບ່ງອອກ ເປັນ 6 ຂະແໜງການໃຫຍ່ ແລະ ແຕ່ລະຂະແໜງການ ມີ່ໂຮງຊ່າງຂອງຕົນທີ່ມີອຸປະກອນຄົບຖ້ວນດີ. ນັກຮຽນສ່ວນຫຼາຍ ເຊິ່ງຫຼາຍກວ່າ 2,000ຄົນ ແມ່ນ ຮຽນຂະແໜງລົດຍົນ ແລະ ໄຟຟ້າ. ການບໍລິການສະໜັບສະໜູນນັກຮຽນ ປະກອບດ້ວຍ ການແນະນໍາດ້ານອາຊີບ ເພື່ອຊ່ວຍພວກເຂົາໃນດ້ານໂອກາດການມີວຽກເຮັດງານທໍາ ຫຼັງຈາກທີ່ຮຽນຈົບ.

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ໄດ້ຈັດຕັ້ງປະຕິບັດການຮຽນການສອນ ແບບ ອສຄ ໃນຫຼາຍສາຂາ ຍ້ອນວ່າ ວິທະຍາໄລມີການເຊື່ອມໂຍງຢ່າງໃກ້ຊິດກັບລະບົບການຮຽນແບບຄວບຄູ່ຈາກປະເທດ ເຢຍລະມັນ. ຍ້ອນວ່າ ບັນດາຫຼັກສູດ ໄດ້ມີການອອກແບບຮ່ວມກັນກັບ ພາກອຸດສາຫະກໍາ, ສະນັ້ນ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ຈຶ່ງໄດ້ເປັນຄູ່ຮ່ວມງານກັບຫຼາຍໆ ສະຖານປະກອບການ ເພື່ອສະໜອງການສຶກສາວິຊາຊີບ ທີ່ສຸມໃສ່ພາກປະຕິບັດຢ່າງມີປະສິດທິພາບ. ຮອດປະຈຸບັນນີ້, ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ສະຖານປະກອບການພາຍໃນ ຫຼາຍກວ່າ 20 ແຫ່ງ ແລະ ຮ່ວມມືກັບມະຫາວິທະຍາໄລ ແລະ ບໍລິສັດ ລະດັບສາກົນ ຫຼາຍກວ່າ 8 ແຫ່ງ. ການເປັນຄູ່ຮ່ວມງານດັ່ງກ່າວນີ້ ໄດ້ສ້າງຄວາມເຂັ້ມແຂງດ້ານທັກສະ ໃຫ້ແກ່ນັກຮຽນ ແລະ ພະນັກງານຂອງພວກເຮົາ ໂດຍຜ່ານການມີປະສົບການຕົວຈິງ ແລະ ການແລກປ່ຽນບົດຮຽນ.

ພາລະກິດທີ່ສໍາຄັນຂອງ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ແມ່ນເຮັດໃຫ້ກາຍເປັນວິທະຍາໄລທີ່ສຸມໃສ່ການປະຕິບັດຕົວຈິງ ໃນການສະໜອງການຝຶກອົບຮົມ ທີ່ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາຍແຮງງານ; ຮັບປະກັນຄວາມຕໍ່ເນື່ອງ ໃນການຮຽນການສອນແບບ ອສຄ ແລະ ມາດຕະຖານດ້ານຄຸນນະພາບ; ຂະຫຍາຍຕາໜ່າງການຮ່ວມມືພາຍໃນ, ພາກພື້ນ ແລະ ສາກົນ ເພື່ອ ແລກປ່ຽນຖອດຖອນ ພາກປະຕິບັດຕົວຈິງທີ່ດີທີ່ສຸດ ແລະ ສິ່ງທ້າຍທາຍທົ່ວໄປ ເພື່ອເປັນບ່ອນອີງສໍາລັບການນໍາໃຊ້ທີ່ດີຂຶ້ນ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ. ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events