Integrated Technical Vocational School of Nam Bak, Luang Prabang

IVET Nam Bak logo

ໂຮງຮຽນເຕັກນິກ - ວິຊາຊີບແບບປະສົມນ້ຳບາກ ແຂວງຫຼວງພະບາງ ສ້າງຕັ້ງຂື້ນໃນປີ 2019 ໂຮງຮຽນໄດ້ແຍກເປັນເອກະລາດ ອອກຈາກ ວິທະຍາໄລເຕັກນິກ-ວິຊາຊີບຫຼວງພະບາງ, ເຊິ່ງເປັນໂຮງຮຽນວິຊາຊີບແຫ່ງທີ່ 2 ຂອງແຂວງຫຼວງພະບາງ.

ໂຮງຮຽນໄດ້ສະໜອງຫຼັກສູດການຮຽນ 5 ສາຂາ ເຊິ່ງປະກອບດ້ວຍຫຼັກສູດທີ່ໄດ້ຮັບຄວາມນິຍົມ ໃນສາຂາ ລົດຍົນ ແລະ ສາຂາ ປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ. ໂຮງຮຽນຍັງສະໜອງການແນະນຳໃຫ້ຄຳປຶກສາດ້ານອາຊີບ ໃຫ້ແກ່ຜູ້ຮຽນຫຼາຍກວ່າ 400 ຄົນ ເພື່ອໃຫ້ຜູ້ຮຽນໄດ້ມີໂອກາດມີວຽກເຮັດງານທຳ ພາຍຫຼັງຮຽນຈົບ. ດ້ວຍການສະໜອງການຮຽນແບບຄວບຄູ່ ( ອສຄ ) ໂຮງຮຽນເຕັກນິກ - ວິຊາຊີບແບບປະສົມນ້ຳບາກ ແຂວງຫຼວງພະບາງ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ ກັບສະຖານປະກອບການ ຫຼາຍກວ່າ 30 ແຫ່ງ ແລະ ຮັບປະກັນໃນການມີບ່ອນລົງຝຶກຫັດໃຫ້ນັກຮຽນ ຫຼາຍກວ່າ 30 ແຫ່ງ.
With the provision of DCT Program, Nambak Integrated Technical-Vocational School has signed a Memorandum of Understanding with more than 30 companies and guaranteed more than 30 places for students to practice.

ວິໄສທັດຂອງພວກເຮົາແມ່ນ: ສ້າງໂຮງຮຽນໃຫ້ໂດດເດັ່ນ ເນັ້ນຈັນຍາບັນຄູ ນຳຄວາມຮູ້ສູ່ນັກສຶກສາ ພາຊາດຈະເລີນ

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

The map below shows the location of IVET Nam Bak. Click on the marker to get detailed contact information.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events