Integrated Technical College of Xiengkhuang

ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ໄດ້ຮັບການສ້າງຕັ້ງ - ປີ 2004, -ປີ 2020 ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ສາມາດຍົກລະດັບຂຶ້ນເປັນ ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ຢ່າງເປັນທາງການ ເປັນໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຫ່ງທໍາອິດທີ່ສາມາດຍົກຖານະຂອງຕົນເອງ ຂຶ້ນເປັນວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມໄດ້ຢ່າງສົມບູນ ວິທະຍາໄລຂອງພວກເຮົາຈະສືບຕໍ່ວາງຮາກຖານ ແລະ ພັດທະນາຫຼັກສູດການສຶກສາຢ່າງບໍ່ຢຸດຢັ້ງ ຕາມມາດຖານການສຶກສາແຫ່ງຊາດ ແລະ ໃຫ້ທຽບເທົ່າລະດັບສາກົນ ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້ ແລະ ສີມືແຮງງານທີ່ມີຄຸນນະພາບສູງໃຫ້ກັບສັງຄົມ ແລະ ປະເທດຊາດ ເພາະພວກເຮົາເຊື່ອວ່າ ອະຊີວະສຶກສາ ຄືປັນຍາແຫຼມຄົມທີ່ເປັນສ່ວນໜຶ່ງໃນການຂັບເຄື່ອນປະເທດຊາດ.

ປັດຈຸບັນ ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງຊຽງຂວາງ ເປີດການຮຽນການສອນ ໃນລະດັບ ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ຝຶກອົບຮົມໄລຍະສັ້ນ 4 ພາກວິຊາ 9 ສາຂາ

ພາກວິຊາກະສິກຳ ພາກວິຊາກໍ່ສ້າງເຄຫະສະຖານ

ພາກວິຊາອຸດສະຫະກຳ

ພາກວິຊາຄະຫະກຳ

ໂດຍພວກເຮົາເນັ້ນປະຕິບັດໂຕຈິງກວມ 70 ເປີເຊັນ ແລະ ຄຽງຄູ່ກັບການຮຽນຮູ້ທິດສະດີ ເພື່ອເນັ້ນໃຫ້ນັກສຶກສາມີຄວາມຮູ້, ຄວາມສາມາດ, ມີຄວາມຊື່ສັດ, ຮູ້ຈັກເຮັດວຽກເປັນທີມ, ມີຄວາມເປັນມືອາຊີບໃນສາຂາທີ່ຕົນເອງສຶກສາ. ນອກຈາກຈະຮຽນຢູ່ພາຍໃນວິທະຍາໄລແລ້ວ ນັກຮຽນຍັງໄດ້ຮຽນຕົວຈິງຢູ່ສະຖານປະກອບການ ເຊິ່ງນຳໃຊ້ເຄື່ອງຈັກທີ່ເປັນຂອງຈິງ ແລະ ວັດສະດຸຈິງ ອີກດ້ວຍ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

The map below shows the location of IVET CXKH. Click on the marker to get detailed contact information.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events