Bolikhamxay Technical College

ໂຮງຮຽນເຕັກນິກ-ວິຊາຊີບບໍລິຄຳໄຊ ເປັນໂຮງຮຽນອາຊີວະສຶກສາ ພາກລັດ, ທີ່ຂື້ນກັບ ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດຕັ້ງການຮຽນ - ການສອນ ລະດັບ ຊັ້ນຕົ້ນ ວິຊາຊີບຊຳນານງານ, ລະດັບ ຊັ້ນກາງ ຊ່າງເຕັກນິກ ແລະ ລະດັບຊັ້ນສູງ ຊ່າງເຕັກນິກຊຳນານງານ; ມີທີ່ ຕັ້ງຢູ່ ບ້ານ ຫ້ວຍຄູນ, ເມືອງ ບໍລິຄັນ, ແຂວງ ບໍລິຄໍາໄຊ ແຄມທາງ ເລກ 4B ຫ່າງຈາກຕົວເມືອງ ປາກຊັນປະມານ 12 Km, ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1458/ສສ.ອສ.02 ລົງວັນທີ 25 ກັນຍາ 2002,

ເປັນໂຮງຮຽນພາກລັດ ມາຮອດປະຈຸບັນ ແມ່ນມີອາຍຸໄດ້ 19 ປີ, ໄດ້ຈັດຕັ້ງການຮຽນ - ການສອນ ຕົວຈິງນັບແຕ່ວັນທີ່ 18 ພະຈິກ 2002 ຕາມມາດຖານຫຼັກສູດ ອາຊີວະສຶກສາ, ມາຮອດປະຈຸບັນແມ່ນ ສ້າງນັກສຶກສາໄດ້ທັງໜົດ 16 ລຸ້ນ ແລະ ປະຕິບັດໜ້າທີ່ຄວາມຮັບຜິດຊອບຕາມການຊີ້ນໍາວຽກງານຄຸ້ມຄອງບໍລິຫານຈາກພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ປະຕິບັດແຜນວຽກວິຊາການຈາກກົມອາຊີວະສຶກສາ ສາຂາວິຊາ ແລະ ຫຼັກສູດການຮຽນ-ການສອນ:
1.) ສາຂາວິຊາ ປູກຝັງ
2.) ສາຂາວິຊາ ລ້ຽງສັດ
3.) ສາຂາວິຊາ ກໍ່ສ້າງເຄຫາສະຖານ
4.) ສາຂາວິຊາ ຊ່າງໄມ້ເຟີນີເຈີ
5.) ສາຂາວິຊາ ໄຟຟ້າເຕັກນິກ
6.) ສາຂາວິຊາ ເຕັກໂນໂລຊີລົດຍົນ
7.) ສາຂາວິຊາ ບັນຊີ
8.) ສາຂາວິຊາ ຕັດຫຍິບ

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

The map below shows the location of Bolikhamxay Technical College. Click on the marker to get detailed contact information.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events