ການເງິນ ສໍາລັບ ອສຄ
ໂຄງການ ການເງິນອາຊີວະສຶກສາ
VEFF ໂຄງການ ການເງິນອາຊີວະສຶກສາ ສະໜອງການສະໜັບສະໜູນດ້ານການເງິນໃຫ້ແກ່ສະຖານອາຊີວະສຶສາ ແລະ ພາກທຸລະກິດ ເພື່ອເຮັດວຽກຮ່ວມກັນໃນການຈັດການຮຽນການສອນອາຊີວະສຶກສາແບບຄວບຄູ່ (ອສຄ). ໃນແຕ່ລະສົກສຶກສາ, ພາກສ່ວນທີ່ສົນໃຈສາມາດຍື່ນຂໍທຶນໄດ້. ຈົ່ງເລື່ອນລົງເພື່ອເບິ່ງຕົວຢ່າງ ລາຍການທີ່ສາມາດຮັບທຶນໄດ້.
ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບຂັ້ນຕອນການຍື່ນເອກະສານ, ກະລຸນາຕິດຕໍ່:
ທ່ານ ສົມລິດ ວິຣິວົງ - ຮອງຫົວໜ້າທີມງານ
ໂທ: +856 20 22 209 945
ທ່ານ ເລີດວິໄຊ ແກ້ວລາ - ຜູ້ຈັດການ ວຽກງານ ອສຄ
ໂທ: +856 20 56 529 619
VEFF ແມ່ນໂຄງການຂອງ ການຮ່ວມມືເຢຍລະມັນ ທີ່ໄດ້ຮັບທຶນຈາກ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງ ສສ ເຢຍລະມັນ (BMZ) ໂດຍຜ່ານທະນະຄານພັດທະນາ ຂອງ ເຢຍລະມັນ (KfW)
ຕົວຢ່າງການສະໜອງທຶນ
ສະຖານອາຊີວະສຶສາ
- ການປະສານງານ
- ການລົງສະຖານປະກອບການ ຂອງຄູວິຊາສະເພາະ
- ອຸປະກອນ ແລະ ວັດສະດຸ ຮັບໃຊ້ການຮຽນ-ການສອນ ອສຄ
- ເຄື່ອງຈັກ ທີ່ຈຳເປັນ ເພື່ອຮັບປະກັນມາດຕະຖານ ຂອງອສຄ
- ມາດຕະການຄວາມປອດໄພ ແລະສຸຂະພາບ, ການຮັກສາ ສິ່ງແວດລ້ອມ
ສະຖານປະກອບການ
- ການ ປະສານງານແລະການຝຶກຢູ່ສະຖານປະກອບການ
- ອຸດໜູນຜູ້ຮຽນວິຊາຊິບ (ຫຼຸດລົງຕາມເວລາ)
- ຄ່າໃຊ້ຈ່າຍສຳລັບສື່ການຮຽນ-ການສອນ, ວັດສະດຸສືີ້ນເປືອງ ແລະ ການນໍາໃຊ້ເຄື່ອງຈັກ ເຂົ້າໃນການຝຶກປະຕິບັດຢູ່ໃນບ່ອນເຮັດວຽກ
- ມາດຕະການຄວາມປອດໄພ ແລະສຸຂະພາບ, ການຮັກສາ ສິ່ງແວດລ້ອມ
ອື່ນໆ
- ປະກັນໄພ ຜູ້ຮຽນວິຊາຊີບ
- ຈັດຫາ ທີ່ປຶກສາ ເພື່ອຊ່ວຍສະຖານອາຊີວະສຶກສາ ແລະ ສະຖານປະກອບການ ຂຽນບົດສະເໜີແຜນງານ ອສຄ.
- ລາງວັນຜູ້ຮຽນຈົບດີເດັ່ນ
ມີຜົນ (2019-2023)
0
ການຮ່ວມມື 27 ຄັ້ງ ລະຫວ່າງ ສະຖານອາຊີວະສຶກສາ 13 ແຫ່ງ ແລະ ສະຖານປະກອບການ 97 ແຫ່ງ ໄດ້ຮັບທຶນສະໜັບສະໜູນ
0
ນັກຮຽນ 568 ຄົນ ໄດ້ຮຽນຈົບ 14 ສາຂາອາຊີບ
0
%
ຂອງຜູ້ຮຽນຈົບແມ່ນເພດຍິງ
ບົດເລື່ອງກ່ຽວກັບຄວາມສໍາເລັດ








