ການຢັ້ງຢືນ

ພວກເຮົາເຮັດວຽກຢ່າງທຸ້ມເທເພື່ອຮັບຮູ້ ແລະ ຊຸກຍູ້ການມີສ່ວນຮ່ວມຂອງບໍລິສັດຂອງທ່ານ ເຂົ້າໃນການຝຶກອົບຮົມ ແບບຄວບຄູ່ (ອສຄ). ສູນບໍລິການ ອສຄ ຂອງພວກເຮົາສະໜອງການຢັ້ງຢືນທີ່ແທດເໝາະກັບ ບໍລິສັດ ແລະ ພະນັກງານຂອງທ່ານ. ນີ້ແມ່ນສິ່ງທີ່ພວກເຮົາສະເໜີ:

DCT partner company logo - English

ໃບຢັ້ງຢືນບໍລິສັດຄູ່ຮ່ວມງານ ອສຄ

ໃບຢັ້ງຢືນບໍລິສັດຄູ່ຮ່ວມງານ ອສຄ ໃຫ້ການຮັບຮູ້ບໍລິສັດຂອງທ່ານໃນລະດັບຊາດ ສໍາລັບບົດບາດສໍາຄັນໃນການສ້າງກໍາລັງແຮງງານທີ່ມີຄຸນວຸດທິ ແລະ ຊໍານານງານໃຫ້ແກ່ປະເທດຊາດ. ໃບຢັ້ງຢືນດັ່ງກ່າວນີ້ຍັງຊ່ວຍໃນການຮັບເອົານັກຮຽນຝຶກປະຕິບັດ ເຂົ້າໃນການດໍາເນີນງານຂອງບໍລິສັດຂອງທ່ານ ຢ່າງມີຍຸດທະສາດ. ໃນຖານະທີ່ເປັນບໍລິສັດທີ່ໄດ້ຮັບການຢັ້ງຢືນ, ທ່ານຈະໄດ້ຮັບຜົນປະໂຫຍດ ແລະສິ່ງຈູງໃຈ ເພີ່ມອີກຫຼາຍຢ່າງ, ເຊິ່ງລວມທັງ:

  • ບູລິມະສິດໃນການເຂົ້າເຖິງຫຼັກສູດການຝຶກອົບຮົມຂອງພວກເຮົາ
  • ສ່ວນຫຼຸດໃນງານວາງສະແດງສິນຄ້າ ແລະ ງານວາງສະແດງທີ່ຈັດໂດຍ ສຄອຊ
  • ການເຂົ້າເຖິງ ‘ສິ່ງອໍານວຍຄວາມສະດວກແບບຄົບວົງຈອນ’ ຂອງພວກເຮົາ ແບບບໍ່ໄດ້ເສຍຄ່າ.
  • ການຮັບຮູ້ພິເສດຢູ່ໃນເວັບໄຊທ໌ຂອງພວກເຮົາ ແລະ ຢູ່ໃນສື່ຂ່າວໃນລະຫວ່າງກິດຈະກໍາ ອສຄ

ສໍາລັບລາຍລະອຽດຄົບຖ້ວນກ່ຽວກັບຜົນປະໂຫຍດທີ່ມີຢູ່ທັງຫມົດ, ໃຫ້ຄົ້ນຫາ ຢູ່ "ຜົນປະໂຫຍດຂອງໃບຢັ້ງຢືນບໍລິສັດຄູ່ຮ່ວມງານ ອສຄ“.

ຄູຝຶກສະຖານປະກອບການທີ່ໄດ້ຮັບການຢັ້ງຢືນ

ໃບຢັ້ງຢືນດັ່ງກ່າວນີ້ຖືກອອກແບບມາເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານຂອງທ່ານ ໃນການວາງແຜນ ແລະ ດູແລການຮຽນຮູ້ຂອງນັກຮຽນໃນລະຫວ່າງການຝຶກປະຕິບັດຕົວຈິງຢູ່ໃນບໍລິສັດຂອງທ່ານ. ໂດຍສະເພາະແມ່ນຜົນປະໂຫຍດສໍາລັບພະນັກງານຝ່າຍບຸກຄະລາກອນ, ໃບຢັ້ງຢືນ ຊ່ວຍໃຫ້ພວກເຂົາສາມາດຕອບສະໜອງຄວາມຕ້ອງການ ດ້ານການຮຽນຮູ້ ແລະ ການພັດທະນາພະນັກງານທັງໝົດຂອງບໍລິສັດ.

ນອກຈາກນັ້ນ, ການມີຄູຝຶກສະຖານປະກອບການທີ່ໄດ້ຮັບການຢັ້ງຢືນ ແມ່ນເງື່ອນໄຂທີ່ສໍາຄັນສໍາລັບການໄດ້ຮັບໃບຢັ້ງຢືນ "ບໍລິສັດຄູ່ຮ່ວມງານ ອສຄ".

ສູນບໍລິການ ອສຄ ຂອງພວກເຮົາດໍາເນີນ ການຝຶກອົບຮົມຄູຝຶກສະຖານປະກອບການຢ່າງເປັນປົກກະຕິ. ຜູ້ເຂົ້າຮ່ວມທີ່ສໍາເລັດການຝຶກອົບຮົມ ແມ່ນໄດ້ຮັບໃບຢັ້ງຢືນ "ຄູຝຶກສະຖານປະກອບການ".

ຕິດຕໍ່ພວກເຮົາເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຕາຕະລາງການຝຶກອົບຮົມ ແລະ ລາຍລະອຽດທີ່ກ່ຽວຂ້ອງອື່ນໆ.

ບົດປະກອບຄຳເຫັນ

ທ່ານ ຈອນ ມໍຣິສ ວິນລຽມສ (Mr. John Morris Williams), ຜູ້ຈັດການທົ່ວໄປຂອງໂຮງແຮມຫຼວງພະບາງວິວ:

“ຂ້າພະເຈົ້າເຊື່ອແນ່ວ່າ DCT ແມ່ນຄວາມພະຍາຍາມທີ່ມີຄຸນຄ່າ ແລະ ມັນກໍ່ເປັນການເປີດໂອກາດໃຫ້ນັກຮຽນໄດ້ຊອກຫາເສັ້ນທາງອາຊີບ ແລະ ມີປະສົບການໃນການເຮັດວຽກ. ໂຮງແຮມຫຼວງພະບາງວິວ ໄດ້ຮັບນັກຮຽນເປັນຈຳ ນວນຫລາຍໃນໄລຍະຫລາຍປີທີ່ຜ່ານມາ, ເນື່ອງຈາກພວກເຮົາໄດ້ມີສ່ວນຮ່ວມໃນການພັດທະນາຫລັກສູດ DCT ຕັ້ງແຕ່ເລີ່ມຕົ້ນ. ພວກເຮົາຈະສືບຕໍ່ປະຕິບັດຮູບແບບນີ້ສຳລັບຜູ້ທີ່ມາເຂົ້າມາຝຶກປະຕິບັດຢູ່ໃນໂຮງແຮມຂອງພວກເຮົາທັງຜູ້ທີ່ກຳລັງຝຶກປະຕບັດຢູ່ ແລະ ຜູ້ທີ່ກຳລັງຈະເຂົ້າມາຝຶກໃໝ່ ເພາະບັນດານັກຮຽນໃນປະຈຸບັນຈະກ້າວອອກໄປເປັນພະນັກງານໃນອຸດສະຫະກຳການໂຮງແຮມອະນາຄົດ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນຕໍ່ໄປ ເພາະອະນາຄົດຂອງປະເທດລາວ ແມ່ນຢູ່ໃນກຳມືຂອງພວກເຂົາ!”