ກາໝາຍ ຂອງ ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ (DATC)

Dongkhamxang Agriculture Technical College

ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ ຕັ້ງຢູ່ ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ວິທະຍາໄລດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 1985 ພາຍໃຕ້ການອະນຸມັດ ຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ໄດ້ຕັ້ງຊື່ ເປັນ “ໂຮງຮຽນວິຊາຊີບ ດົງຄໍາຊ້າງ”. ໃນປີ 1987, ວິທະຍາໄລດັ່ງກ່າວໄດ້ສະໜອງຫຼັກສູດການຮຽນຂອງຕົນຢ່າງເປັນທາງການເປັນເທື່ອທໍາອິດ ໃນສາມຂະແໜງຕົ້ນຕໍ ເຊັ່ນ: ປູກຝັງ, ລ້ຽງສັດ ແລະ ປ່າໄມ້.

ໃນປີ 1996, ໂຮງຮຽນໄດ້ປ່ຽນຊື່ ເປັນ “ໂຮງຮຽນເຕັກນິກກະສິກໍາ ດົງຄໍາຊ້າງ” ແລະ ໄດ້ຖືກມອບໃຫ້ຢູ່ພາຍໃຕ້ ກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ. ໃນສົກຮຽນ 2013-2014, ໂຮງຮຽນ ໄດ້ສະໜອງຫຼັກສູດຮຽນເພີ່ມຂຶ້ນອີກ ໃນສາຂາ ກົນຈັກກະສິກໍາ. ໂຮງຮຽນດັ່ງກ່າວໄດ້ເລີ່ມຕົ້ນສະໜອງ ຫຼັກສູດປູກຝັງ-ລ້ຽງສັດ ລະດັບ 4 ແບບ ອສຄ ໂດຍການສະໜັບສະໜູນຈາກ ໂຄງການ VELA ໃນສົກຮຽນ 2016-2017. ໂຮງຮຽນດັ່ງກ່າວໄດ້ຖືກຍົກລະດັບເປັນ ວິທະຍາໄລ ແລະ ປ່ຽນຊື່ເປັນ “ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ” ໃນປີ 2018. ໃນສົກຮຽນ 2019-2020, ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ ໄດ້ສອນນັກຮຽນ ລູ້ນທີ 3 ໃນຫຼັກສູດ ແບບ ອສຄ. ໃນປະຈຸບັນ, ຈໍານວນນັກຮຽນທີ່ເຂົ້າຮຽນ ໃນຫຼັກສູດ ແບບ ອສຄ ມີທັງໝົດ 129 ຄົນ.

ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ ກໍາລັງວາງແຜນຈະສະໜອງ ການຮຽນການສອນແບບ ອສຄ ໃນລະດັບ 5 ໃນ ສາມ ສາຂາ ເຊັ່ນ: ຜູ້ຈັດການຟາມ, ວິຊາການປູກຝັງ ແລະ ວິຊາການລ້ຽງສັດ. ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ ໄດ້ຮ່ວມມືກັບ ຟາມ ແລະ ບໍລິສັດ ປະມານ 50 ແຫ່ງ (ໃນນັ້ນ 9 ແຫ່ງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ວິທະຍາໄລ) ເພື່ອສະໜັບສະໜູນນັກຮຽນໃນການຝຶກປະຕິບັດຕົວຈິງ.

ຫຼັກສູດທີ່ມີ

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ສະຖານທີ່ຮຽນ ແລະ ລາຍລະອຽດຂໍ້ມູນການຕິດຕໍ່

ແຜນທີ່ຢູ່ດ້ານລຸ່ມແມ່ນສະແດງໃຫ້ຮູ້ ສະຖານທີ່ຂອງ ວິທະຍາໄລ ເຕັກນິກ ກະສິກໍາ ດົງຄໍາຊ້າງ. ຄຼິກໃສ່ເຄື່ອງໝາຍ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

ຂ່າວສານ ແລະ ກິດຈະກໍາ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events

ຄັງຮູບພາບ