ວິຊາການປູກຝັງ

ກ່ຽວກັບຫຼັກສູດການຮຽນ

ຫຼັງຈາກຮຽນຮູ້ກ່ຽວກັບວຽກທົ່ວໄປຢູ່ຟາມທຸລະກິດ ຢູ່ໃນຫຼັກສູດຊາວກະສິກອນແລ້ວ, ນັກຮຽນຫຼັກສູດວິຊາການປູກຝັງ ຈະໄດ້ຮຽນຮູ້ກ່ຽວກັບແນວຄວາມຄິດດ້ານວິຊາການຂອງການຜະລິດພືດ, ເພື່ອປັບປຸງວຽກງານການຜະລິດຢູ່ໃນຟາມ ແລະ ດັດປັບອຸປະກອນການຜະລິດຢູ່ໃນຟາມໃຫ້ສອດຄ່ອງກັບພືດທີ່ຜະລິດ. ຕົ້ນຕໍ ແມ່ນສຸມໃສ່ກ່ຽວກັບການຊີ້ນໍາໜ່ວຍງານຜະລິດພືດຢູ່ໃນຟາມທຸລະກິດ.

ນັກຮຽນ ຈະໄດ້ຮັບການຝຶກສອນກ່ຽວກັບວຽກງານການຜະລິດຢູ່ໃນຟາມທັນສະໄໝ ທີ່ດໍາເນີນວຽກງານການຂຽນໂຄງການ ແລະ ການຄິດໄລ່ ທີ່ກ່ຽວຂ້ອງກັບການຜະລິດພືດ. ພວກເຂົາຈະຮຽນຮູ້ກ່ຽວກັບວິທີການປູກຝັງ ແລະ ຕິດຕາມຂະບວນການຂອງການເຮັດວຽກ ເລີ່ມຕັ້ງແຕ່ ການກຽມດິນປູກຝັງ ຈົນຮອດ ມາດຕະການກ່ອນຂະບວນການ ແລະ ການຕະຫຼາດ. ການຝຶກອົບຮົມ ຈະປະກອບດ້ວຍ ມາດຕະການໃນການໃສ່ຝຸ່ນ ແລະ ການຈັດການສັດຕູພືດ (ຄຽງຄູ່ກັບ IPM ແລະ GAP). ການແນະນໍາ ກ່ຽວກັບການນໍາໃຊ້ເຕັກໂນໂລຊີໃໝ່ ແລະ ໂອກາດດ້ານທຸລະກິດຢູ່ໃນພາກພື້ນ ໃນດ້ານການຜະລິດພືດ (ຕົວຢ່າງເຊັ່ນ ກາເຟ, ຢາພາລາ, ມັນຕົ້ນ ແລະ ອື່ນໆ) ແມ່ນພາກສ່ວນໜຶ່ງຂອງການຝຶກປະຕິບັດເຊັ່ນກັນ.

Play Video
  • ຫຼັກສູດຮຽນ ອສຄ

ຫຼັກສູດຊາວກະສິກອນ ແບບຄວບຄູ່

ໝວດສາຍອາຊີບ

ຜູ້ຮຽນຈົບຫຼັກສູດນີ້ ສ່ວນຫຼາຍແມ່ນເຂົ້າເຮັດວຽກໃນຕໍາແໜ່ງທີ່ຫຼາກຫຼາຍ ຢູ່ໃນຟາມທຸລະກິດ ແລະ ສວນປູກຝັງຂະໜາດໃຫຍ່ ຫຼື ພັດທະນາ ການຜະລິດຢູ່ໃນຟາມຂອງພໍ່ແມ່ຂອງຕົນ.

ຕໍາແໜ່ງວຽກອາດຈະປະກອບມີດັ່ງນີ້:

  • ເຮັດວຽກເປັນຜູ້ຈັດການ/ຜູ້ຊີ້ນໍາ ໜ່ວຍງານຜະລິດ ຢູ່ຟາມປູກຝັງ ຫຼື ສວນຂະໜາດໃຫຍ່
  • ເຮັດວຽກເປັນຜູ້ດູແລ ຟາມປະສົມປະສານຂະໜາດກາງ
  • ເຮັດວຽກເປັນພະນັກງານ ສໍາລັບການບໍລິການສົ່ງເສີມວຽກງານກະສິກໍາ ຢູ່ຟາມເອກະຊົນ ຫຼື ຟາມຂອງລັດ
  • ບໍລິຫານຈັດການ ຟາມຂອງພໍ່ແມ່ຂອງຕົນ ທີ່ເປັນຟາມທຸລະກິດ

ໜ້າທີ່ຕົ້ນຕໍ

ບົດປະກອບຄຳເຫັນ

ດອນລີ ມະຫາວົງ, ນັກຮຽນ ອາຍຸ (19):

"ຂໍ້ດີຂອງການຮຽນ DCT ຊ່ວຍໃຫ້ພວກເຮົາຮຽນຮູ້ຢູ່ຟາມຫຼາຍກວ່າ ແລະ ສາມາດເຂົ້າໃຈ ແລະ ຈື່ພາກທິດສະດີໄດ້ງ່າຍຂຶ້ນ."

ທັອບ ຫອມສົມບັດ, ນັກຮຽນ (21):

"ຫຼັງຈາກຈົບຫຼັກສູດຊາວກະສິກອນແບບ DCT ຂ້າພະເຈົ້າກໍໄດ້ເຂົ້າເຮັດວຽກຢູ່ຟາມ ບ່ອນທີ່ຂ້າພະເຈົ້າໄດ້ລົງຝຶກແອບປະຕິບັດເລີຍ."

ການດາວໂຫຼດ

DCT Contract (trainee-employer) Template

(3.07 KB)
Students at job fair

ສະຖານທີ່ຮຽນ

ຫຼັກສູດວິຊາການປູກຝັງ ແມ່ນສອນຢູ່ທີ່ ວິທະຍາໄລເຕັກນິກ ທີ່ຢູ່ໃນແຜນທີ່ດ້ານລຸ່ມນີ້. ຄຼິກໃສ່ສະຖານທີ່ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.

*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້

ຂ່າວ ແລະ ສື່ມວນຊົນ

ຂ່າວກ່ຽວກັບ ອສຄ

ການຮ່ວມຈັດງານຕ່າງໆ ທີ່ກ່ຽວກັບ DCT

DCT News & Events

Comments Box SVG iconsUsed for the like, share, comment, and reaction icons
This message is only visible to admins.
Problem displaying Facebook posts.
Error: Error validating access token: The session has been invalidated because the user changed their password or Facebook has changed the session for security reasons.
Type: OAuthException
Subcode: 460
Comments Box SVG iconsUsed for the like, share, comment, and reaction icons

No upcoming events