ຜົນປະໂຫຍດ ທີ່ນັກສຶກສາຈະໄດ້ຮັບ

ອາຊີວະສຶກສາແບບຄວບຄູ່ (ອສຄ)

ອາຊີວະສຶກສາແບບຄວບຄູ່ ແມ່ນຮູບແບບການສຶກສາ ທີ່ລວມເອົາການຮຽນຮູ້ໃນສະຖານອາຊີວະສຶກສາ ກັບ ການຝຶກອົບຮົມໃນສະຖານປະກອບການເຂົ້າໄວ້ນຳກັນ. ນັກສຶກສາ ໃຊ້ເວລາສ່ວນໜຶ່ງໃນການຮຽນ ຢູ່ສະຖານອາຊີວະສຶກສາ ແລະ ອີກສ່ວນໜຶ່ງແມ່ນເຮັດວຽກຢູ່ສະຖານປະກອບການ. ເຊິ່ງການຮຽນ-ການສອນແບບນີ້ ເຮັດໃຫ້ເຂົາເຈົ້າ ມີທັກສະດ້ານວິຊາການ, ຄວາມຮູ້ທາງທິດສະດີ ແລະ ມີທັດສະນະຄະຕິ ການເຮັດວຽກ ທີ່ພາກທຸລະກິດຕ້ອງການໃນປັດຈຸບັນ. ດ້ວຍເຫດນັ້ນ, ເຂົາເຈົ້າມີໂອກາດໃນການເຮັດວຽກທີ່ດີຂຶ້ນ ໃນຕະຫຼາດແຮງງານທີ່ມີການແຂ່ງຂັນນັບມື້ນັບສູງຂຶ້ນ.

ຜົນປະໂຫຍດ

ບົດປະກອບຄຳເຫັນ

ດອນລີ ມະຫາວົງ, ນັກຮຽນ ອາຍຸ (19):

"ຂໍ້ດີຂອງການຮຽນ DCT ຊ່ວຍໃຫ້ພວກເຮົາຮຽນຮູ້ຢູ່ຟາມຫຼາຍກວ່າ ແລະ ສາມາດເຂົ້າໃຈ ແລະ ຈື່ພາກທິດສະດີໄດ້ງ່າຍຂຶ້ນ."

ວິລະໄຊ ຊາຍມົນຕີ, ນັກຮຽນ ອາຍຸ (19):

“DCT ບໍ່ພຽງແຕ່ຊ່ວຍຂ້າພະເຈົ້ານຳໃຊ້ຄວາມຮູ້ພາກທິດສະດີ ແລະ ຄວາມຮູ້ພື້ນຖານທີ່ໄດ້ຮຽນຢູ່ວິທະຍາໄລເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຝຶກທັກສະໃນການເຮັດວຽກຕົວຈິງນຳອີກ. ຂ້າພະເຈົ້າບໍ່ເຄິຍຮູ້ມາກ່ອນເລີຍ ວ່າຕ້ອງໄດ້ເອົາໃຈໃສ່ຫຼາຍປານໃດໃນການເຮັດວຽກຢູ່ໂຮງແຮມ.”

ທັອບ ຫອມສົມບັດ, ນັກຮຽນ (21):

"ຫຼັງຈາກຈົບຫຼັກສູດຊາວກະສິກອນແບບ DCT ຂ້າພະເຈົ້າກໍໄດ້ເຂົ້າເຮັດວຽກຢູ່ຟາມ ບ່ອນທີ່ຂ້າພະເຈົ້າໄດ້ລົງຝຶກແອບປະຕິບັດເລີຍ."

ສຸທິນ ສຸລີຍາ, ນັກຮຽນ ອາຍຸ (21):

"ນອກຈາກການໄດ້ຄວາມຮູ້ ແລະ ທັກສະໃນພາກປະຕິບັດຢູ່ວິທະຍາໄລ ແລະ ຮ້ານອາຫານແລ້ວ, ຂ້າພະເຈົ້າຍັງໄດ້ປະສົບການໃນການເຮັດວຽກ ແລະ ມີລາຍໄດ້ ໃນລະຫວ່າງການຝຶກແອບປະຕິບັດຢູ່ຮ້ານອາຫານອີກ."

ຜົນໄດ້ຮັບ

0 %
ຂອງນັກສຶກສາທີ່ຈົບໄປ
0 %
ຂອງນັກສຶກສາທີ່ຈົບໄປ ສາມາດຊອກວຽກໄດ້ພາຍໃນ 6 ເດືອນ
0 %
ເງິນເດືອນສະເລ່ຍສູງກວ່າຄ່າແຮງຂັ້ນຕໍ່າເຖິງ
0 +
ມີສະຖານປະກອບການຫຼາຍກວ່າ 120 ແຫ່ງ ໃນປີ 2020