ອາຊີວະສຶກສາແບບຄວບຄູ່ (ອສຄ)
ອາຊີວະສຶກສາແບບຄວບຄູ່ ແມ່ນຮູບແບບການສຶກສາ ທີ່ລວມເອົາການຮຽນຮູ້ໃນສະຖານອາຊີວະສຶກສາ ກັບ ການຝຶກອົບຮົມໃນສະຖານປະກອບການເຂົ້າໄວ້ນຳກັນ. ນັກສຶກສາ ໃຊ້ເວລາສ່ວນໜຶ່ງໃນການຮຽນ ຢູ່ສະຖານອາຊີວະສຶກສາ ແລະ ອີກສ່ວນໜຶ່ງແມ່ນເຮັດວຽກຢູ່ສະຖານປະກອບການ. ເຊິ່ງການຮຽນ-ການສອນແບບນີ້ ເຮັດໃຫ້ເຂົາເຈົ້າ ມີທັກສະດ້ານວິຊາການ, ຄວາມຮູ້ທາງທິດສະດີ ແລະ ມີທັດສະນະຄະຕິ ການເຮັດວຽກ ທີ່ພາກທຸລະກິດຕ້ອງການໃນປັດຈຸບັນ. ດ້ວຍເຫດນັ້ນ, ເຂົາເຈົ້າມີໂອກາດໃນການເຮັດວຽກທີ່ດີຂຶ້ນ ໃນຕະຫຼາດແຮງງານທີ່ມີການແຂ່ງຂັນນັບມື້ນັບສູງຂຶ້ນ.
ຄູ່ມື ການສຶກສາ ແລະ ສາຍອາຊີບ ອສຄ
ຄູ່ມື ການສຶກສາ ແລະ ສາຍອາຊີບ ອສຄ ນີ້ແມ່ນ ເພື່ອຊ່ວຍໃຫ້ນັກສຶກສາເລືອກສາຍອາຊີບທີ່ເໝາະສົມ ແລະ ໃຫ້ໂອກາດທີ່ດີທີ່ສຸດແກ່ເຂົາເຈົ້າໃນອະນາຄົດ. ພວກເຮົາສະເໜີຂໍ້ມູນທີ່ຫຼາກຫຼາຍກ່ຽວກັບຫຼັກສູດຕ່າງໆເຊັ່ນ: ຫຼັກສູດ, ໂອກາດໃນການເຮັດວຽກ ແລະ ກໍລະນີສຶກສາຂອງນັກສຶກສາທີ່ຮຽນຈົບ. ໜ້າຖັດໄປແມ່ນ ແນະນຳກ່ຽວກັບສະຖານປະກອບການບາງແຫ່ງ ທີ່ຮັບນັກສຶກສາ ອສຄ ເຂົ້າເຮັັັດວຽກ. ສ່ວນການອັບເດດຂ່າວຫຼ້າສຸດ, ງານຕະຫຼາດນັດແຮງງານ ແລະ ກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບ ອສຄ ແມ່ນສາມາດເບິ່ງໄດ້ທີ່ພາກສ່ວນຂ່າວສານ ແລະ ກິດຈະກຳ.
ຮຽນຮູ້ເພີ່ມເຕີມກ່ຽວກັບຫຼັກສູດການຮຽນ-ການສອນແບບ ອສຄ ແລະ ຜົນປະໂຫຍດທີ່ທ່ານຈະໄດ້ຮັບ ຢູ່ທາງລຸ່ມນີ້!