ຜົນປະໂຫຍດ ທີ່ນັກສຶກສາຈະໄດ້ຮັບ
ອາຊີວະສຶກສາແບບຄວບຄູ່ (ອສຄ)
ອາຊີວະສຶກສາແບບຄວບຄູ່ ແມ່ນຮູບແບບການສຶກສາ ທີ່ລວມເອົາການຮຽນຮູ້ໃນສະຖານອາຊີວະສຶກສາ ກັບ ການຝຶກອົບຮົມໃນສະຖານປະກອບການເຂົ້າໄວ້ນຳກັນ. ນັກສຶກສາ ໃຊ້ເວລາສ່ວນໜຶ່ງໃນການຮຽນ ຢູ່ສະຖານອາຊີວະສຶກສາ ແລະ ອີກສ່ວນໜຶ່ງແມ່ນເຮັດວຽກຢູ່ສະຖານປະກອບການ. ເຊິ່ງການຮຽນ-ການສອນແບບນີ້ ເຮັດໃຫ້ເຂົາເຈົ້າ ມີທັກສະດ້ານວິຊາການ, ຄວາມຮູ້ທາງທິດສະດີ ແລະ ມີທັດສະນະຄະຕິ ການເຮັດວຽກ ທີ່ພາກທຸລະກິດຕ້ອງການໃນປັດຈຸບັນ. ດ້ວຍເຫດນັ້ນ, ເຂົາເຈົ້າມີໂອກາດໃນການເຮັດວຽກທີ່ດີຂຶ້ນ ໃນຕະຫຼາດແຮງງານທີ່ມີການແຂ່ງຂັນນັບມື້ນັບສູງຂຶ້ນ.

ບົດປະກອບຄຳເຫັນ
"ນອກຈາກການໄດ້ຄວາມຮູ້ ແລະ ທັກສະໃນພາກປະຕິບັດຢູ່ວິທະຍາໄລ ແລະ ຮ້ານອາຫານແລ້ວ, ຂ້າພະເຈົ້າຍັງໄດ້ປະສົບການໃນການເຮັດວຽກ ແລະ ມີລາຍໄດ້ ໃນລະຫວ່າງການຝຶກແອບປະຕິບັດຢູ່ຮ້ານອາຫານອີກ."

"ຂໍ້ດີຂອງການຮຽນ DCT ຊ່ວຍໃຫ້ພວກເຮົາຮຽນຮູ້ຢູ່ຟາມຫຼາຍກວ່າ ແລະ ສາມາດເຂົ້າໃຈ ແລະ ຈື່ພາກທິດສະດີໄດ້ງ່າຍຂຶ້ນ."

"ຫຼັງຈາກຈົບຫຼັກສູດຊາວກະສິກອນແບບ DCT ຂ້າພະເຈົ້າກໍໄດ້ເຂົ້າເຮັດວຽກຢູ່ຟາມ ບ່ອນທີ່ຂ້າພະເຈົ້າໄດ້ລົງຝຶກແອບປະຕິບັດເລີຍ."

“DCT ບໍ່ພຽງແຕ່ຊ່ວຍຂ້າພະເຈົ້ານຳໃຊ້ຄວາມຮູ້ພາກທິດສະດີ ແລະ ຄວາມຮູ້ພື້ນຖານທີ່ໄດ້ຮຽນຢູ່ວິທະຍາໄລເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຝຶກທັກສະໃນການເຮັດວຽກຕົວຈິງນຳອີກ. ຂ້າພະເຈົ້າບໍ່ເຄິຍຮູ້ມາກ່ອນເລີຍ ວ່າຕ້ອງໄດ້ເອົາໃຈໃສ່ຫຼາຍປານໃດໃນການເຮັດວຽກຢູ່ໂຮງແຮມ.”
