ນັກຮຽນຈະໄດ້ຮຽນຮູ້ກ່ຽວກັບວຽກໂຮງແຮມ ແລະ ອຸດສາຫະກໍາການທ່ອງທ່ຽວ - ໂດຍລົງເລິກກ່ຽວກັບວຽກງານດ້ານທໍາຄວາມສະອາດ ແລະ ການບໍລິການຕ້ອນຮັບ ແລະ ພ້ອມທັງ ການຈັດງານລ້ຽງ ແລະ ການປະພຶດແບບມືອາຊີບ ແລະ ພາກປະຕິບັດດ້ານອຸດສາຫະກໍາທີ່ດີ.
ໃນລະຫວ່າງການຮຽນ ແມ່ນຈະສຸມໃສ່ ການຝຶກປະຕິບັດຢູ່ໃນໂຮງແຮມ ທີ່ນັກຮຽນໄດ້ຮັບການຝຶກສອນກ່ຽວກັບການບໍລິການທໍາຄວາມສະອາດ, ການບໍລິການຕ້ອນຮັບ, ການສັ່ງຈອງຫ້ອງພັກ ແລະ ການຈັດງານລ້ຽງ.
ບກຄະລິກທີ່ ມັກເຂົ້າສັງຄົມ ແລະ ມີຄວາມປາດຖະໜາ ຢາກຕິດຕໍ່ພົວພັນໂດຍກົງກັບແຂກ ແມ່ນສິ່ງສໍາຄັນສໍາລັບຫຼັກສູດດັ່ງກ່າວນີ້.
ນັກຮຽນທີ່ຮຽນຈົບຫຼັກສູດນີ້ ສ່ວນຫຼາຍຈະເຂົ້າເຮັດວຽກໃນຕໍາແໜ່ງຕ່າງໆ ຢູ່ໃນໂຮງແຮມ.
ຕໍາແໜ່ງວຽກອາດຈະປະກອບມີດັ່ງນີ້:

ຫຼັກສູດ ບໍລິການໂຮງແຮມ ແບບ ອສຄ ແມ່ນສອນຢູ່ທີ່ ວິທະຍາໄລເຕັກນິກ ທີ່ຢູ່ໃນແຜນທີ່ດ້ານລຸ່ມນີ້. ຄຼິກໃສ່ສະຖານທີ່ ເພື່ອເບິ່ງຂໍ້ມູນຕິດຕໍ່ລະອຽດ.
*ໃນພາກນີ້, ພວກເຮົາສະໜອງຂໍ້ມູນ ຫຼ້າສຸດ ແລະ ຖືກຕ້ອງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ສາຂາ ທີ່ຈັດການຮຽນ-ການສອນ ແບບຄວບຄູ່ (ອສຄ) ທີ່ສະໜອງຢູ່ສະຖານອາຊີວະສຶກສາຕ່າງໆ ອາດມີການປ່ຽນແປງ ຢູ່ເລື້ອຍໆ ເນື່ອງຈາກຫຼາຍປັດໃຈ. ເພື່ອຢາກໄດ້ຂໍ້ມູນວ່າ ສາຂາຮຽນ ທີ່ຈັດການຮຽນ-ການສອນ ແບບ ອສຄ ທີ່ເປີດສອນ ຢູ່ ສະຖານອາຊີວະສຶກສາ ໃນຕອນນີ້ ແມ່ນມີສາຂາໃດແດ່, ສາມາດຕິດຕໍ່ພົວພັນ ຫາສະຖານອາຊີວະສຶກສາໃນທ້ອງຖິ່ນ ໂດຍກົງໄດ້ ຕາມເບີໂທຕິດຕໍ່ ແລະ ທີ່ຢູ່ໃນນີ້